ຈີນ​ກ່າວ​ວ່າ, ສິ່ງ​ທ້າ​ທາຍ​ໃຫຍ່​ສຸດ​ທີ່​ທະ​ເລ​ຈີນ​ໃຕ້​ຜະ​ເຊີນ​ໃນ​ປັ​ດ​ຈຸ​ບັນ​ແມ່ນ​ມາ​ຈາກ​ອິດ​ທິ​ກຳ​ລັງ​ພາຍນອກ
2018-03-09 16:24:24  cri 
    ທ່ານ ວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ໃນ​ວັນ​ທີ 8 ມີ​ນານີ້​ວ່າ, ປັດ​ຈຸ​ບັນ, ສະ​ຖາ​ນະ​ການ​ທະ​ເລ​ຈີນ​ໃຕ້​ ໄດ້​ມີ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ໄປ​ທາງ​ທີ່​ດີ​ຢ່າງ​ເດັ່ນ​ຊັດ, ປະ​ເທດ​ຕົນ​ແລະ​ປະ​ເທດ​ໃນ​ອາ​ຊຽນ​ໄດ້​ມີ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ໃນ​ລະ​ດັບ​ສູງ​ແລ້ວ. ສິ່ງ​ທ້າ​ທາຍ​ຕົ້ນ​ຕໍ​ໃນ​ປັດ​ຈຸ​ບັນ​ແມ່ນ​ອິດ​ທິ​ກຳ​ລັງ​ພາຍ ນອກ​ຈຳ​ນວນ​ໜຶ່ງບໍ່ຍອມຮັບ ແລະຢາກ​ເກາະ​ຜິດ​ສະ​ເໝີ, ພ້ອມ​ທັງ​ສົ່ງ​ກຳ​ປັ່ນຫຼື​ຍົນ​ທີ່​ປະ​ກອບ​ອາ​ວຸດ​ໄປ​ທະ​ເລ​ຈີນ​ໃຕ້​ເພື່ອ​ອວດ​ກຳ​ລັງ​ອາ​ວຸດ ເຊິ່ງ​ໄດ້​ກາຍ​ເປັນ​ບັນ​ຫາ​ທີ່​ໃຫຍ່​ທີ່​ສຸດ​ໃນ​ການລົບ​ກວນ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້.

    ທ່ານ ວາງຢີ້ ໄດ້​ກ່າວ​ທັດ​ທະ​ນະ​ດັ່ງ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ ກອງ​ປະ​ຊຸມສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 1 ຊຸດ​ທີ 13. ທ່ານ​ກ່າວ​ຕື່ມ​ວ່າ, ຈີນ​ແລະ​ປະ​ເທດ​ອາ​ຊຽນ ຍິນ​ດີ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສະ​ພາບ​​ຄວາມສະ​ຫງົບ​ທີ່​ໄດ້​ມາ​ບໍ່​ແມ່ນ​ງ່າຍ​ໃນ​ປັດ​ຈຸ​ບັນ​ ໂດຍ​ຜ່ານ​ການ​ຈັດ​ວາງ "ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ຫຼື COC. ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ, ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ເປັນ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ເນື້ອ​ໃນ​ຂອງ COC ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ຕັ້ງ​ໜ້າ ທັງ​ໄດ້​ຕົກ​ລົງ​​ກັນວ່າ ຢ່າງ​ໜ້ອຍ​ຈະ​ຈັດ​ການ​ປຶ​ກ​ສາ​ຫາ​ລື 3 ຄັ້ງ​ພາຍ​ໃນ​ປີນີ້. ຈີນ​ແລະ​ປະ​ເທດ​ອາ​ຊຽນ ມີ​ຄວາມ​ຍິນ​ດີ ​ແລະ​ມີ​ຄວາມ​ສາ​ມາດ​ຈັດ​ວາງ​ກະ​ຕິ​ກາ​ໃນ​ພາກ​ພື້ນ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ພາກ​ພື້ນ​ແລະ​ບັນ​ດາ​ຝ່າຍ​ເຄົາ​ລົບ​ຮ່ວມ​ກັນ​ດ້ວຍ​ຮູບ​ການ​​ຂອງຕົນ​ເອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ