ເສດ​ຖະ​ກິດ​ຈີນ​ຈາກ​ການ​ເຕີບ​ໂຕ​ດ້ວຍ​ຄວາມ​ໄວ​ສູງ​ປ່ຽນ​ໄປ​ສູ່​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ​ນັ້ນ​ແມ່ນ​ການ​ປ່ຽ​ນ​ແປງ​ລັກ​ສະ​ນະ​ຍຸດ​ທະ​ສາດ
2018-03-09 16:26:36  cri 
    ທ່ານ ຊຽນ​ຢິງ​ອີ່ ສະ​ມາ​ຊິກ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ຮອງ​ປະ​ທານ​ສະ​ຫະ​ພັນ​ອຸດ​ສ​າ​ຫະ​ກຳ​ການ​ຄ້າ​ຈີນ ກ່າວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 8 ມີ​ນານີ້​ວ່າ, ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ກຳ​ນົດ​ໃຫ້​ເສດ​ຖະ​ກິດ​ຈີນ​ຫັນ​ຈາກ​ການ​ພັດ​ທະ​ນາ​ດ້ວຍ​ຄວາມ​ໄວ​ສູງ​ປ່ຽນ​ໄປ​ສູ່​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ, ນີ້​ແມ່ນ​ການ​ປ່ຽນ​ແປງ​ລັກ​ສະ​ນະ​ຍຸດ​ທະ​ສາດ.

    ທ່ານ ຊຽນ​ຢິງ​ອີ່ ກ່າວ​ຕື່ມ​ວ່າ, ຈີນ​ໄດ້​ວາງ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໃນ​ປີນີ້​ໃຫ້​ຢູ່​ໃນ​ລະ​ດັບ 6,5%, ເຊິ່ງ​ຕ່ຳ​ກວ່າ​ການ​ເຕີບ​ໂຕ​ຕົວ​ຈິງໃນ​ປີ​ຜ່ານ​ມາ 0,4% ທັງ​ນີ້​ກໍ​ເພື່ອ​ຈົ່ງ​ຊ່ອງ​ຫວ່າງ​ໄວ້​ໃຫ້​ການ​ຫັນ​ປ່ຽນ​ດັ່ງ​ກ່າວ. ນອກນີ້, 10 ກວ່າ​ແຂວງ​ຂອງ​ຈີນ​ໄດ້​ປັບ​ຄາດ​ໝາຍ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໃຫ້​ຕ່ຳ​ລົງ ກໍ​ເພື່ອ​ເຮັດ​ໃຫ້​ເສດ​ຖະ​ກິດ​ຈາກ​ການ​ເຕີບ​ໂຕ​ດ້ວຍ​ຄວາມ​ໄວ​ສູງ​ຫັນ​ປ່ຽນ​ໄປ​ສູ່​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ, ການ​ຫັນ​ປ່ຽນ​ດັ່ງ​ກ່າວ​ມີ​ຄວາມ​ໝາຍຫຼາຍ ແລະ​ແມ່ນ​ສັນ​ຍານ​ທີ່​ສຳ​ຄັນ. ສ່ວນ​ການ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ, ຍົກ​ສູງ​​ປະ​ສິດ​ທິ​ພາບ ແລະ​ກາຍ​ເປັນ​ການ​ເຕີບ​ໂຕພາຍ​ໃນ​ນັ້ນ ແມ່ນ​ມີ​ລັກ​ສະ​ນະ​ທ້າ​ທາຍ​ໃຫຍ່ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ