ປີ 2017 ທົ່ວ​ປະ​ເທດ​ຈີນ​ປູກ​ຕົ້ນ​ໄມ້ 7 ລ້ານກວ່າ​ເຮັກ​ຕາ
2018-03-11 13:31:25  cri 
ວັນ​ທີ 11 ມີ​ນາ​ນີ້, ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ປູກ​ຕົ້ນ​ໄມ້​ຕົ້ນ​ຫຍ້າ​ແຫ່ງ​ລັດ​ຈີນ​ໄດ້​ປະ​ກາດ "ແຈ້ງ​ການ​ກ່ຽວ​ກັບສະ​​ພາບ​ການ​ປູ​ກ​ຕົ້ນ​ໄມ້​ຕົ້ນ​ຫຍ້າ​ຂອງ​ຈີນ​ປີ 2017" ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ວຽກ​ງານ​ປູກ​ຕົ້ນ​ໄມ້​ຕົ້ນ​ຫຍ້າ​ຂອງ​ຈີນ​ໄດ້​ຮັບ​ຜົນ​ງານ​ໃໝ່, ຄື ປີ 2017 ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ປູກ​ຕົ້ນ​ໄມ້ 7.362.000 ເຕັກ​ຕາ, ​ປົວ​ລະ​ປັດ​ຮັກ​ສາ​ປ່າ​ໄມ້ 8.302.000ເຮັກ​ຕາ.

ໃນ​ແຈ້ງ​ການ​ດັ່ງ​ກ່າວ​ຂຽນ​ວ່າ, ປີ 2017 ກິດ​ຈະ​ກຳ​ສະ​ໝັກ​ປູກ​ຕົ້ນ​ໄມ້​ທົ່ວ​ປວງ​ຊົນ​ໄດ້​ກ້າວ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ, ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ດຳ​ເນີນ​ກິດ​ຈະ​ກຳ​ສະ​ໝັກ​ປູກ​ຕົ້ນ​ໄມ້ພາຍ​ໃຕ້ຫົວ​ຂໍ້ ແລະ​ຮູບ​ການ​ຕ່າງໆ. ການ​ເຄື່ອນ​ໄຫວ​ປູກ​ຕົ້ນ​ໄມ້​ໄດ້​ດຳ​ເນີນ​ໄປ​ຢ່າງ​ຂະ​ໜາດ​ໃຫຍ່, ​ແຫ່ງ​ຕ່າງໆ​ໄດ້​ຈັດ​ມີ​ການ​ໂຄ​ສະ​ນາ ເພື່ອ​ປຸກ​ລະ​ດົມ​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ຢ່າງກວ້າງ​ຂວາງ, ແລະ​ປາ​ກົດ​ມີ​ບັນ​ຍາ​ກາດ​ທີ່​ທົ່ວ​ສັງ​ຄົມ​ເຂົ້າ​ຮ່ວມ​ການ​ປູກ​ຕົ້ນ​ໄມ້​ຕົ້ນ​ຫຍ້າ​ຢ່າງ​ຄຶກ​ຄື້ນ. ພ້ອມ​ກັນ​ນັ້ນ, ໂຄງ​ການ​ລະ​ບົບ​ນິ​ເວດ​ປ່າ​ໄມ້​ໄດ້​ຮັບ​ການ​ປະ​ຕິ​ບັດ​ເທື່ອ​ລະ​ກ້າວ​ຢ່າງ​ໝັ້ນ​ທ່ຽງ. ປ່າ​ທຳ​ມະ​ຊາດ​ຂອງ​ລັດ​ໃນ​ທົ່ວ​ປະ​ເທ​ດ​ລ້ວນ​ແຕ່​ຖືກ​ຈັດ​ເຂົ້າ​ໃນ​ຂອບ​ເຂດ​ສະ​ຫງວນ​ປ່າ​ທຳ​ມະ​ຊາດ, ອັດ​ຕາ​ປົກ​ຄຸມ​ດ້ວຍ​ຕົ້ນ​ໄມ້​ຕົ້ນ​ຫຍ້າ​ຢູ່​ຊົນ​ນະ​ບົດ​ກໍ​ເພີ່ມ​ຂຶ້ນ​ຕື່ມ​ອີກ, ລະ​ດັບ​ປູກ​ຕົ້ນ​ໄມ້​ຕົ້ນ​ຫຍ້າ​ສູງ​ຂຶ້ນ​ເລື້ອຍໆ, ເຊິ່ງ​ໄດ້​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ລົງ​ຊີ​ວິດ​ຂອງ​ເຂດ​ຊົນ​ນະ​ບົດ​ໃຫ້​ດີ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ