ກະ​ຊວງ​ການ​ຄ້າ​ຈີນ: ຈີນ​ຈະ​ບໍ່​ເປັນ​ເຈົ້າ​ການ​ກໍ່​ສົງ​ຄາມ​ການ​ຄ້າ
2018-03-11 12:10:51  cri 


(ກະ​ຊວງ​ການ​ຄ້າ​ຈີນ: ຈີນ​ຈະ​ບໍ່​ເປັນ​ເຈົ້າ​ການ​ກໍ່​ສົງ​ຄາມ​ການ​ຄ້າ)





ຕາມ​ຂ່າວ CRI: ຫວ່າງ​ມໍ່​ໆ​ນີ້ ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ເກີດ​ຄວາມ​ປັ່ນ​ປ່ວນ​ເລື້ອຍໆ, ຈີນ-ອາ​ເມ​ລິ​ກາ​ຈະ​ເກີດ​ສົງ​ຄາມ​ການ​ຄ້າ​ຫຼື​ບໍ ເຮັດ​ໃຫ້​ທົ່ວ​ໂລກ​ໃຫ້​ຄວາມ​ສົນ​ໃຈ​ທີ່​ສຸດ. ວັນ​ທີ 11 ມີ​ນານີ້ ທ່ານ​ຈົ່ງ​ຊານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ຢູ່​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງວ່າ, ຈີນ​ບໍ່​ຢາກ​ໃຫ້​ເກີດ​ສົງ​ຄາມ​ການ​ຄ້າ ແລະ​ຈະ​ບໍ່​ເປັນ​ເຈົ້າ​ການ​ກໍ່​ສົງ​ຄາມ​ການ​ຄ້າ, ແຕ່​ສາ​ມາດ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ.

ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ສູນ​ຖະ​ແຫຼງ​ຂ່າວ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ໃນ​ມ​ວັນ​ທີ 11 ມີ​ນານີ້ ທ່ານ​ຈົ່ງ​ຊານ​ກ່າວ​ເນັ້ນ​ວ່າ: "ສົງ​ຄາມ​ການ​ຄ້າ​ຈະ​ມີ​ຜູ້​ໄດ້​ຮັບ​ໄຊ​ຊະ​ນະ​ທັງ​ນັ້ນ, ພຽງ​ແຕ່​ຈະ​ນຳ​ເອົາ​ໄພ​ພິ​ບັດ​ມາ​ໃຫ້​ຈີນ ອາ​ເມ​ລິ​ກາ​ກໍ່​ຄື​ໃຫ້​ໂລກ. ສະ​ນັ້ນ​ຈີນ​ບໍ່​ຢາກ​ໃຫ້​ມີ​ສົງ​ຄາມ​ການ​ຄ້າ ແລະ​ຈະ​ບໍ່​ເປັນ​ເຈົ້າ​ການ​ກໍ່​ສົງ​ຄາມ​ການ​ຄ້າ. ແຕ່​ພວກ​ເຮົາ​ແມ່ນ​ມີ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ, ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ແລະ​ຂອງ​ປະ​ຊາ​ຊົນ."
ໃນ 40 ປີ​ມານີ້ ການ​ຄ້າ​ຈີນ-ອາ​ເມ​ລິ​ກາ​ໄດ້​ເພີ່ມ​ຂຶ້ນ 232 ເທົ່າ, ການ​ລົງ​ທຶນ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຫຼາຍກວ່າ 230 ຕື້​ໂດ​ລາ​ສະ​ຫະ​ລັດ. ທ່ານ​ຈົ່ງ​ຊານ​ເຫັນ​ວ່າ, ນີ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ວ່າ​ເສດ​ຖະ​ກິດ​ສອງ​ປະ​ເທດ​ມີ​ທ່າ​ແຮງ​ເຊິ່ງ​ກັນ​ແລະ​ກັນ, ແລະ​ກຳ​ລັງ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ກັນ​ກໍ່​ມີ​ຢູ່​ແຫ່ງ​ຫຼວງ​ຫຼາຍ.

ທ່ານ​ຈົ່ງ​ຊານ​ຍັງ​ເປີດ​ເຜີຍ​ຕໍ່​ສື່ມວນ​ຊົນ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໃຫ້​ຮູ້​ວ່າ, ການ​ສົນ​ທະ​ນາທາງ​ເສດ​ຖະ​ກິດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ບໍ່​ໄດ້​ຂາດ​ສະ​ບັ້ນ​ໄປ, ສອງ​ປະ​ເທດນີ້​ຈະ​ສືບ​ຕໍ່​ເຈ​ລະ​ຈາ​ກັນ​ກ່ຽວ​ກັບ​ບັນ​ຫາ​ການ​ຄ້າ​ສອງ​ຝ່າຍ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ