ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ຈີນ​ສະ​ບັບ​ປັບ​ປຸງ​ໄດ້​ຜ່ານ​ການ​ຮັບ​ຮອງ​ດ້ວຍ​ຄະ​ແນນ​ສຽງເຫັນ​ດີ​ຢ່າງ​ສູງ
2018-03-12 15:53:19  cri 
ກອງ​ປ​ະ​ຊຸມ​ເທື່ອ​ທຳ​ອິດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ໄດ້​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ເທື່ອ​ທີ 3 ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ຕອນ​ບ່າຍ​ວັນ​ທີ 11 ມີ​ນາ​ນີ້​ໂດຍ​ໄດ້​ຮັບ​ຮອງ​ເອົາ​ຮ່ງ​ລັດ​ຖະ​ທຳ​ມະ​ນູນ ສ​ປ ຈີນ​ສະ​ບັບ​ປັບ​ປຸງ​ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ​ຢ່າງ​ສູງ. ທ່ານ​ເສິນ​​ຊຸ່ນຢ້າວ ຫົວ​ໜ້າຄະ​ນະ​ວຽກ​ງານ​ກົດ​ໝາຍ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຢືນ​ຢັນ​ໃນ​ກອງ​ປະ​ຊຸມ​ຂ່າວຫຼັງ​ກອງ​ປະ​ຊຸມ​ວ່າ: ການ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ​ເປັນ​ເຫດ​ການ​ສຳ​ຄັນ​ໜຶ່ງ​ຂອງ​ຊີ​ວິດ​ການ​ເມືອງ​ແຫ່ງ​ຊາດ​ຈີນ,ເປັນ​ຜົນ​ສຳ​ເລັດ​ສຳ​ຄັນ​ຍິ່ງ​ໃນ​ການ​ກໍ່​ສ້າງ​ລະ​ບຽບ​ກົດ​ໝາຍ​ຂອງ​ຈີນ​ໃນ​ສະ​ພາບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່. ການ​ທີ່​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ປັບ​ປຸງ​ໄດ້​ຜ່ານ​ການຮັບ​ຮອງ​ຍ່ອມ​ຈະ​ຊຸກ​ຍູ້​ແລະ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ວຽກ​ງານ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ລັດ​ຖະ​ບານ​ຈີນ​ຢ່າງ​ເຂັ້ມ​ແຂງ​ແນ່ນອນ ​ກໍ​ຄື​ຊຸກ​ຍູ້​ແລະ​ ເພີ່ມ​​ທະ​ວີການ​ສ້າງ​​ລະ​ບຽບກົດ​ໝາຍ​ສັງ​ຄົມ​ນິ​ຍົມ​ຈີນ​​ຢ່າງ​ເຂັ້ມ​ແຂງ.

ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ປັບ​ປຸງ​ທີ່​ໄດ້​ຜ່ານການ​ຮັບ​ຮອງ​ໃໝ່ໆ​ນັ້ນ​ລວມ​ທັງ​ໝົດ 21 ມາດ​ຕາ, ໃນ​ນີ້, ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຖາ​ນະ​ຂອງ​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ໃນ​ການ​ຊີ້​ນຳ​ຊີ​ວິດ​ການ​ເມືອງ​ແລະ​ສັງ​ຄົມ​ຈີນ. ​ຕໍ່​ເລື່ອງ​ນີ້, ທ່ານ​​ເສິນ​​ຊຸ່ນ​ຢ້າ​ວ​ກ່າວ​ເນັ້ນ​ວ່າ: ຈຸດ​ເດັ່ນ​ໜຶ່ງ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ຈີນ​ກໍ​ຄື​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ຕໍ່ແນວ​ຄິດ​ຊີ້​ນຳ​ຂອງ​ຊາດ, ການ​ທີ່​ຈັດ​ເອົາ​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃ​ໝ່​ລະ​ບຸ​​ເຂົ້າ​ໃນ​ກົດ​ໝາຍ​ພື້ນ​ຖານ​ຂອງ​ຊາດ ເຊິ່ງ​ໄດ້​ບັນ​ລຸ​ແນວ​ຄິດ​ຊີ້​ນຳ​ຂອງ​ຊາດ​ກ້າວ​ໜ້າ​ໄປ​ພ້ອມ​ຍຸກ​ສະ​ໄໝ.

ສຳ​ລັບ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ປັບ​ປຸງ​ທີ່​ໄດ້​ລຶບ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ກາ​ນ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ປະ​ທານ​ປະ​ເທດ,ຮອງ​ປະ​ທານ​ປະ​ເທດ​ບໍ່​ໃຫ້​ເກີນ 2 ສະ​ໄໝ​ນັ້ນ, ທ່ານ​ເສິ​ນ​ຊຸ່ນ​ຢ້າວ​ເຫັນ​ວ່າ: ການ​ປັບ​ປຸງ​ດັ່ງ​ກ່າວ​ມີ​ຜົນ​ດີ​ຕໍ່​ການ​ປັບ​ປຸງ​ໂຄງ​ປະ​ກອບການ​ນຳ​ປະ​ເທດ​ຂອງ​ຈີນ​ໃຫ້​ສົມ​ບູນ​ຂຶ້ນ, ທັງ​ມີ​ຜົນ​ດີ​ຕໍ່​ການ​ຍືນ​ຍົງ​ຄົງ​ຕົວ​ຖາ​ວອນ​ຂອງ​ພັກ​ແລະ​ລັດ.ທ່ານ​ກ່າວ​ວ່າ: "ຕຳ​ແໜ່ງ​ການ​ນຳ​ສູງ​ສຸດ​ຂອງຄະ​ນະ​ກຳ​ມ​ະ​ການ​​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງ​ພັກ​ແລະ​ລັດ, ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ເຊິ່ງ​ເປັນ​ຕຳ​ແໜ່ງ​ການ​ນຳ​ສູງ​ສຸດ​ຂອງກອງ​ທັບ ແລະ​ປະ​ທານ​ປະ​ເທດ ທີ່​ເປັນ​ຕຳ​ແໜ່ງ​ການ​ນຳ​ສູງ​ສຸດ​ຂອງ​ປະ​ເທດ, ​ການ​ທີ່​ດຳ​ລົງ​ 3 ຕຳ​ແໜ່ງ ​ດັ່ງ​ກ່າວ​ເປັນ​ເອ​ກະ​ພາບ​ກັນ ເຊິ່ງ​​ໂຄງ​ປະ​ກອບ​ການ​ນຳ​ແລະ​ຮູບ​ການ​ການ​ນຳ​ແບບ​ນີ້ ເວົ້າ​ສຳ​ລັບ​ພັກ​ໃຫຍ່​ແລະ​ປະ​ເທດ​ໃຫຍ່​ຄື​ພວກ​ເຮົາ​ແລ້ວ ມີ​ຄວາມ​ຈຳ​ເປັນ ທັງ​ເປັນ​ວິ​ທີ​ທີ່​ເໝາະ​ສົມ​ທີ່​ສຸດ."

ສິ່ງ​ທີ່​ໜ້າ​ເອົາ​ໃຈ​ໃສ່​ນັ້ນ​ຄື ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ປັບ​ປຸງ​ໃໝ່​ລວມ​ທັງ​ໝົດ​ມີ 21 ມາດ​ຕາ,ໃນ​ນີ້ ມີ 11 ມາດ​ຕາ​ກ່ຽວ​ພັນ​ກັບ​ຄະ​ນະ​ກຳ​ມະ​ການກວດ​ກາ. ທ່ານ​ນາງ​ເຈີ້ງ​ຊູ່​​ນ້າ ຮອງ​ຫົວ​ໜ້າ​ຄະ​ນະ​ວຽກ​ງານ​ກົດ​ໝາຍ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຢືນ​ຢັນ​ວ່າ: ການ​ປັບ​ປຸງ​ທີ່​ກ່ຽວ​ຂ້ອງ​ພົວ​ພັນ​ກັບ​ການ​ວາງ​ແຜນ​ຈາກ​ຂັ້ນ​ເທິງ​ເພື່ອ​ລົງ​ເລິກ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບກວດ​ກາ​ຂອງ​ຈີນ ເຊິ່ງ​ມີ​ຜົນ​ດີ​ຕໍ່​ຈີນ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ.

ນອກ​ຈາກ​ການ​ປັບ​ປຸງ​ດັ່ງ​ກ່າວ​ແລ້ວ, ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ຍັງ​ໄດ້​ຈັດ​ເອົາ​ເນື້ອ​ໃນ​ຕ່າງໆ​ລະ​ບຸ​ໄວ້​ໃນ​ມາດ​ຕາ​ກ່ຽວ​ຂ້ອງ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ເປັນ​ຕົ້ນ: "ສ້າງ​ ​ຈີນ​ໃຫ້​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທັນ​ສ​ະ​ໄໝ​ທີ່​ເຂັ້ມ​ແຂງ​ຮັ່ງ​ມີ,ປະ​ຊາ​ທິ​ປະ​ໄຕ,ສີ​ວິ​ໄລ​ແລະ​ກົມ​ກຽວ​ສວຍ​ງາມ","ບັນ​ລຸ​ເປົ້າ​ໝາຍ​ຟື້ນ​ຟູ​ຄວາ​ມ​ຈະ​ເລີ​ນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປ​ະ​ຊາ​ຊາດ​ຈີນ","ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ຈຸດ​ພິ​ເສດ​ທາດ​ແທ້​ທີ່​ພົ້ນ​ເດັ່ນ​ທີ່​ສຸດ​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ", ຈີນ"ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ,ຍຶດ​ໝັ້ນ​ຍຸດ​ທະ​ສາດ​ເປີດ​ປະ​ຕູ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປ​ະ​ໂຫຍດ​",ພະ​ນັກ​ງານ​ລັດ​ຕ້ອງ​ສາ​ບານ​ຕົວ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​ໃນ​ເວ​ລາ​ຂຶ້ນ​ຮັບ​ຕຳ​ແໜ່ງ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ