ແຂວງ​ຢຸນ​ນານ​ເລັ່ງ​ຮ່ວມ​ມື​ກັບ​ອາ​ຊີ​ໃຕ້ແລະອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃນ​ຂົງ​ເຂດ​ການ​ຂ່າວແລະ​ການ​ສຶກ​ສາ
2018-03-12 16:37:14  cri 
ວັນ​ທີ 9 ມີ​ນາ​ນີ້, ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ຢູນ​ນານ ສ​ປ ຈີນ​ໄດ້​ຈັດ​ພິ​ທີ​ເປີດ​ປ້າຍ​ວິ​ທະ​ຍາ​ໄລ​ການ​ຂ່າວ​ສາ​ກົນ ຂຶ້ນ​ໂດຍ​ຈະ​ສຸມ​ໃສ່​ການ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດີ​ເດັ່ນ​ໃນ​ການ​ເກັບ​ກຳ​,ຂຽນແລະ​ການ​ຖະ​ແຫຼງ​ຂ່າວ​ດ້ວຍ​ພາ​ສາ​ຈີນ​ແລະ​ພາ​ສາ​ປະ​ເທດ​ອາ​ຊີ​ໃຕ້​ແລະອາ​ຊີ​ຕ​າ​ເວັນ​ອອກ​ສຽງ​ໃຕ້ ເພື່ອ​ຊຸກ​ຍູ້​ການ​ກໍ່​ສ້າງ​​ຄວ​າມ​ສາ​ມາດ​ການ​ສື່​ສາ​ນາ​ຕໍ່​ຕ່າງ​ປະ​ເທດ​ຂອງ​ແຂວງ​ຢູນ​ນານ.

ແຂວງ​ຢູນ​ນານ​ຕັ້ງ​ຢູ່​ເຂດ​ຕໍ່​ແດນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້,ເປັນ​ແນວ​ໜ້າ​ແຫ່ງ​ການ​ເປີດ​ປະ​ຕູ​ຈີນ​ສູ່​ອາ​ຊີ​ໃຕ້​​ແລະອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ໄປ​ຄຽງ​ຄູ່​ກັບ​ຄວາມ​ຄືບ​ໜ້າ​ຂອງ​ການ​ສ້າງ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ",ການ​ແລກ​ປ່ຽນ​ຮ່ວມ​ມື​ກັນ​ລະ​ຫວ່າງ​ແຂວງ​ຢູນ​ນານ​ກັບ​​ປະ​ເທດ​ໃນອາ​ຊີ​ໃຕ້​​ແລະອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃນ​ຂົງ​ເຂດ​ການ​ສື່​ສານມວນ​ຊົນ,ການ​ສຶກ​ສາ​ແລະ​ອື່ນໆ​ ​ນັບ​ມື້​ນັບ​ກ້າວ​ສູ່​ລວງ​ເລິກ. ​ສື່ມວນ​ຊົນ​ປະ​ເທດ​ອາ​ຊີ​ໃ​ຕ້​ແລະອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຢ້ຽມ​ຢາມ​ຢູ​ນ​ນານ,ພະ​ນັກ​ງານ​ອົງ​ການ​ສື່ມວນ​ຊົນ​ປະ​ເທດ​ອາ​ຊີ​ໃຕ້​​ແລະອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​​ເດີນ​ທາງ​ໄປແລກ​ປ່ຽນ​ທັດ​ສະ​ນະ​ສຶກ​ສາ​ຢູ່​ແຂວງ​ຢູນ​ນານ​ແລະ​ກິດ​ຈະ​ກຳ​ອື່ນໆ​ໄດ້​ມີ​ຂຶ້ນ​ຢ່າງຫຼວງຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ