ການ​ດັດ​ແກ້​ລັດຖະທຳ​ມະນູນ​ຂອງ​ຈີນ​ໃນ​ສາຍຕາ​ຂອງບຸກຄົນ​ສຳຄັນ​ຂອງ​ມຽນມາ ​ແລະ ກຳປູ​ເຈຍ
2018-03-12 16:29:02  cri 

​ເລຂາທິການ​ກຳມາ​ທິການ​ຍັດຕິ ສະພາ​ປະຊາຊົນ​ມຽນມາ ​ເຫັນ​ວ່າ: ຈີນ​ມີ​ບົດຮຽນ​ທີ່​ສຳ​ເລັດ​ຜົນ​ຢ່າງຫຼວງຫຼາຍ​ໃນ​ການ​ກ້າວ​ເດີນ​ໄປ​ພ້ອມ​ກັບການ​ພັດທະນາ​ຂອງ​ຍຸກ​ສະ​ໄໝ ​ແລະ ຊຸກຍູ້​ການ​ປະຕິ​ຮູບ-​ໄຂ​ປະຕູ​ສູ່​ພາຍ​ນອກ, ຂະນະ​ທີ່​ການ​ດັດ​ແກ້​ລັດຖະທຳ​ມະນູນ​ກໍ​ເປັນຄວາມ​ພະຍາຍາມຫຼ້າສຸດ​ຂອງ​ພັກ​ກອມ​ມູນິດ​ຈີນ, ລັດຖະບານ ​ແລະ ປະຊາຊົນ​ຈີນ​ ບົນ​ພື້ນຖານ​ຄວາມ​ຕ້ອງການຈາກການ​ພັດທະນາ​ຂອງຍຸກ​ສະ​ໄໝ ​ແລະ​ເປັນ​ບາດກ້າວ​ທີ່​ສຳຄັນ​ແຫ່ງ​ການ​ພັດທະນາ​ຂອງ​ຈີນ ​ເຊິ່ງຈະ​ເປັນ​ການ​ຂຽນ​ໜ້າ​ໃໝ່​ແຫ່ງ​ການ​ປົກຄອງ​ປະ​ເທດ.

ທ່ານເຄນເປຍ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພົວພັນ​ສາກົນ ທີ່​ຂຶ້ນກັບ​ສະ​ຖາ​ບັນ​ຄົ້ນຄວ້າ​ແຫ່ງ​ຊາດ​ກຳປູ​ເຈຍ ​ເຫັນ​ວ່າ: ຈີນ​ຖື​ເອົາ​ປະ​ເທດ​ອື່ນ​ເປັນ​ເພື່ອນ​ມິດ​ຂອງ​ຕົນ​ທັງ​ໝົດ ​ແລະຫວັງ​ວ່າ​ຈະ​ສ້າງ​ເປັນ​ໂລກ​ທີ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ​ຊົມ​ໃຊ້ຜົນ​ການ​ພັດທະນາ​ຮ່ວມ​ກັນ ​ແລະ ດ້ວຍ​ການ​ຊີ້​ນຳ​ຈາກ​ເປົ້າໝາຍ​ດັ່ງກ່າວ ຈີນ​ຈະ​ສ້າງສາ​ຍພົວພັນ​ກັບປະ​ເທດ​ອື່ນ​ໃຫ້​ແໜ້ນ​​ແຟ້ນຍິ່ງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ