ຜູ້​ແທນ​ສະ​ພາປະ​ຊາ​ຊົນ​​ຈີນກ່າວ​ວ່າ: ສະ​ຕິ​ປັນ​ຍາ​ທຽມ​ໄດ້​ມີ​ເງື່ອນ​ໄຂ​ທີ່​ເປັນ​ໝໍປົວ​ພະ​ຍາດ​ທົ່ວ​ໄປ
2018-03-12 16:45:02  cri 
ຕາມ​ຂ່າວ CRI: ໃນ​ການ​ສຳ​ພາດ​ຂ່າວ "ຊ່ອງ​ທາງ​ຜູ້​ແທນ" ຄັ້ງ​ທີ 3 ຂອງກອງ​ປະ​ຊຸມໃຫຍ່​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ມີ​ນາ​ນີ້, ທ່ານ​ລິວຊິ້ງ​ເຟີ່ງ ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ iflytek ຈີນ​ຈຳ​ກັດ​ກ່າວ​ວ່າ, ສະ​ຕິ​ປັນ​ຍາ​ທຽມຫຼື AI ໄດ້​ມີ​ເງື່ອນ​ໄຂ​ທີ່​ເປັນ​ໝໍ​ປົວ​ພະ​ຍາດ​ທົ່ວ​ໄປແລ້ວ.

ວັນ​ທີ 2 ມີ​ນາ​ປີ​ນີ້, ແຂວງ​ອ່ານ​ຫຸ່ຍ​ຂອງ​ຈີນ​ໄດ້​ເປີດ​ບໍ​ລິ​ການ​ຊ່ວຍ​ເຫຼືອກວດ​ພະ​ຍາດ​ທົ່ວ​ໄປດ້ວຍສະ​ຕິ​ປັນ​ຍາ​ທຽມຫຼື AI, ໃນ​ພະ​ຍາດ 150 ກວ່າ​ປະ​ການ​ນັ້ນ​ສາ​ມາດ​ບັນ​ລຸ​ລະ​ດັບ​ຂອງ​ທ່ານ​ໝໍ​ປົວ​ພະ​ຍາດ​ທົ່ວ​ໄປ​ດີ​ເດັ່ນ. ທ່ານ​ລິວ​ຊິ້ງ​ເ​ຟີ່ງ​ ເຊື່ອ​ວ່າ, ​ການສ້າງ​ເວ​ທີ​ກວດ​ພະ​ຍາດ​ທາງ​ອິນ​ເຕີ​ເນັດ​ດ້ວຍສະ​ຕິ​ປັນ​ຍາ​ທຽມ​ແບບ​ນີ້, ຈະ​ເຮັດ​ໃຫ້​ໂຮງ​ໝໍ​ຂັ້ນ​ເມືອງ, ​ຊົນ​ນະ​ບົດ​ແລະ​ໂຮງ​ໝໍ​ຢູ່​ເຂດ​ທຸກ​ຍາກ​ສາ​ມາດ​ເຊື່ອມ​ເຂົ້າ​ເວ​ທີ​ດັ່ງ​ກ່າວ​ຢ່າງ​ສະ​ດວກ, ​ທັງ​ເປັນ​ການຍົກ​ສູງ​ລະ​ດັບ​ກວດ​ພະ​ຍາດຂອງ​ທ່ານ​ໝໍ​ຢູ່​ເຂດ​ເຫຼົ່າ​ນີ້​ຢ່າງວ່ອງ​ໄວ, ​ແລະ​ກໍ່​ແມ່ນ​ເລື່ອງ​ສຳ​ຄັນ​ທີ່​​ມີສຸດ​ສຳ​ລັບ​ການ​ກໍ່​ສ້າງ "ປະ​ເທດ​ຈີນ​ທີ່​ສຸ​ຂະ​ພາບ​ແຂງ​ແຮງ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ