13 ​ແຂວງ​ຂອງ​ປະ​ເທດ​ໄທ​ເປັນ​ເຂດ​​ເກີດພະຍາດໝາ​ວໍ້​ສູງ
2018-03-12 17:02:06  cri 
​​ເມື່ອ​ມໍ່ໆ​ມາ​ນີ້, ກົມປ້ອງ​ກັນ ​ແລະ​ບຳບັດ​ພະຍາດ​ໄທ​​ປະກາດ​ວ່າ: ​ນັບ​ແຕ່​ຕົ້ນ​ປີ 2018 ມາ, ທົ່ວ​ປະ​ເທດ​ໄທ​ມີ 3 ຄົນ​ເສຍ​ຊີວິດ​ເນື່ອງ​ຈາກ​ພະຍາດໝາວໍ້ ​ແລະ​ມີ​ສັດເປັນ​ພະຍາດນີ້​ຫຼາຍ​ກວ່າ 250 ​ໂຕ​. 13 ​ແຂວງ​ຂອງ​ປະ​ເທດ​​ໄທ​ເປັນ​ເຂດທີ່​ເກີດ​ພະຍາດໝາ​ວໍ້​ສູງ ​ແລະ​ຍັງ​ມີ 42 ​ແຂວງ​ຖື​ເປັນ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ຕໍ່ພະຍາດໝາວໍ້.

​ເຂດ​ທີ່​ເກີດພະຍາດໝາວໍ້​ສູງ​ດັ່ງກ່າວ​ຖັດຈາກ​ພາກ​ຕາ​ເວັນ​ອອກສຽງ​​ເໜືອ, ພາກ​ຕາ​ເວັນ​ອອກ, ພາກ​ເໜືອ ​ແລະ​ພາກ​ໃຕ້​ຂອງ​ໄທ. ​ເພື່ອ​ປ້ອງ​ກັນ​ການລະ​ເບີດ​ພະຍາດໝາວໍ້ໃນ​ທົ່ວ​ປະ​ເທດ, ​ແຂວງ​ຕ່າງໆ​ຂອງ​ໄທ​ໄດ້​ສັກ​ຢາ​ວັກ​ແຊງ​​ປ້ອງ​ກັນໃຫ້​​ແມວ ​ແລະ​ໝາ ​ແລະ​ສົ່ງ​ໝາ​ທີ່​ອາດ​ເປັນ​ພະຍາດ​ວໍ້ໄປປິ່ນປົວ​ນັບ​ແຕ່​ວັນ​ທີ 8 ມີນາ​ນີ້​ເປັນ​ຕົ້ນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ