ວັນທີ 12 ມີນານີ້ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຈູອຸຍຢົງ ທູດພິເສດປະທານາທິບໍດີສ ເກົາຫຼີ,ຫົວໜ້າຫ້ອງການຮັກສາຄວາມໝັ້ນຄົງແຫ່ງຊາດສ ເກົາຫຼີ.
ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ໃນຖານະເປັນເພື່ອນບ້ານໃກ້ຄຽງຂອງແຫຼມເກົາຫຼີ, ຈີນສະໜັບສະໜູນສອງປະເທດແຫຼມເກົາຫຼີປັບປຸງສາຍພົວພັນລະຫວ່າງສອງຝ່າຍໃຫ້ດີຂຶ້ນ, ຊຸກຍູ້ການຮ່ວມມືເພື່ອຄວາມປອງດອງ,ສະໜັບສະໜູນອາເມລິກາແລະສປປ ເກົາຫຼີຕິດຕໍ່ພົວພັນກັນແລະປຶກສາຫາລືກັນເພື່ອແກ້ໄຂບັນຫາທີ່ຕ່າງຝ່າຍຕ່າງສົນໃຈນັ້ນມາໂດຍຕະຫຼອດ. ການທີ່ແຫຼມເກົາຫຼີປອດອາວຸດນິວເຄລຍ,ບໍ່ມີສົງຄາມແລະບໍ່ວຸ້ນວາຍເປັນຈຸດຢືນຂອງຈີນຕະຫຼອດມາ. ຈີນຫວັງວ່າການພົບປະລະຫວ່າງຜູ້ນຳສ ເກົາຫຼີແລະສປປ ເກົາຫຼີແລະການເຈລະຈາລະຫວ່າງສປປ ເກົາຫຼີກັບອາເມລິກາຈະໄດ້ຈັດຂຶ້ນເປັນຢ່າງດີ ທັງໄດ້ຮັບຄວາມຄືບໜ້າຕົວຈິງໃນການຊຸກຍູ້ຂະບວນການເພື່ອເຮັດໃຫ້ແຫຼມເກົາຫຼີປອດນິວເຄລຍແລະການພົວພັນລະຫວ່າງແຕ່ລະປະເທດຫັນເປັນປົກກະຕິ.
ທ່ານຈູອຸຍຢົງຢືນຢັນວ່າ ສ ເກົາຫຼີຍິນດີຮ່ວມກັບຈີນພະຍາຍາມຊຸກຍູ້ການພົວພັນລະຫວ່າງສອງຝ່າຍໃຫ້ຂະຫຍາຍຕົວ. ປັດຈຸບັນ,ສະຖານະການຢູ່ແຫຼມເກົາຫຼີໄດ້ ມີການປ່ຽນແປງທີ່ຕັ້ງໜ້າ, ຈີນໄດ້ເສີມຂະຫຍາຍບົດບາດສຳຄັນໃນການຊັກນຳ, ສ ເກົາຫຼີຂໍສະແດງຄວາມຂອບໃຈຕໍ່ຈີນທັງຍິນດີປະສານງານກັບຈີນຢ່າງໃກ້ຊິດເພື່ອຮັກສາທ່ວງທ່າສະຖານະການແຫຼມເກົາຫຼີຄ່ອຍໆດີຂຶ້ນໃນປັດຈຸບັນ, ຊຸກຍູ້ການແກ້ໄຂບັນຫານິວເຄລຍແຫຼມເກົາຫຼີດ້ວຍສັນຕິວິທີ, ບັນລຸໃຫ້ພາກພື້ນແຫ່ງນີ້ມີສັນຕິພາບ,ສະຖຽນລະພາບແລະການພັດທະນາ.