ປະຊາ​ຄົມ​ໂລກ​ຄວນ​ສະໜັບສະໜູນ​ຟິລິບ​ປິນທີ່ພະຍາຍາມ​ຊຸກຍູ້​ພາລະກິດ​ສິດທິ​ມະນຸດ​ປະ​ເທດ​ຕົນ
2018-03-13 16:24:25  cri 

ສື່​ມວນ​ຊົນ​ອັງກິດ​ລາຍ​ງານ​ວ່າ: ​ໃນ​ເດືອນ​ຜ່ານ​ມາ, ກະຊວງ​ຍຸຕິ​ທຳ​ຟິລິບ​ປິນ​ໄດ້​ແຈ້ງບັນຊີ​ລາຍ​ຊື່​ພວກ​ກະບົດທີ່ມີ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ເພື່ອ​ທຳລາຍ​ລັດຖະບານ​ສະບັບ​ໜຶ່ງ ​ໃນ​ນີ້​ລວມທັງ​ພະນັກງານ​ລາຍ​ງານ​ສິດທິ​ມະນຸດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຄົນ​ໜຶ່ງ. ຕໍ່ເລື່ອງດັ່ງກ່າວ, ທ່ານເຊອິດ ຮາອັດ ອານ ຮູ​ເຊ​ອິນ ຂ້າຫຼວງ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອກິດຈະການ​ສິດທິ​ມະນຸດ​ ​ໄດ້​ປະນາມ​ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິ​ນວ່າ​ຄວນ​ຮັບ​ການ​ກວດກາ​ສຸຂະພາບຈິດ.

ຕໍ່​ກໍລະນີ​ດັ່ງກ່າວ, ​ໃນ​ພິທິຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ມີນາ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ: ນັບ​ແຕ່​ທ່ານ​ດູ​ເຕີ​ເຕ ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ຟິລິບ​ປິນ​ເປັນຕົ້ນມາ, ທ່ານ​ໄດ້​ຕັ້ງໜ້າ​ປາບ​ປາມອາ​ຊະ​ຍາ​ກຳ​ທີ່​ຕິດ​ພັນ​ກັບ​ຢາ​ເສບ​ຕິດ ​ແລະ ລັດທິ​ກໍ່​ການ​ຮ້າຍ, ພັດທະນາ​ເສດຖະກິດ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ, ​ໄດ້​ປົກ​ປັກ​ຮັກສາ ແລະ ຊຸກຍູ້ພື້ນຖານສິດທິ​ມະນຸດ​​ຂອງ​ປະຊາຊົນຟິລິບ​ປິນ ​ເຊັ່ນ ຄວາມ​ປອດ​ໄພ ​ແລະການ​ພັດທະນາ ​ແລະ​ໄດ້​ຮັບ​ການ​ຮັບຮອງ​ແລະ​ສະໜັບສະໜູນ​ຢູ່​ພາຍ​ໃນ​ປະ​ເທດ​ຟິລິບ​ປິນ​ເປັນ​ຢ່າງ​ສູງ. ສະນັ້ນ, ບັນດາ​ຝ່າຍ​ຂອງ​ປະຊາ​​ຄົ​ມ​ໂລກ ລວມທັງຫ້ອງການ​ຂ້າຫຼວງ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ກິດຈະການ​ສິດທິ​ມະນຸດ ຄວນຍອມຮັບ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ຟິລິບ​ປິນຢ່າງ​ຖືກຕ້ອງ ​ເບິ່ງ​ຜົນ​ໄດ້​ຮັບ​ໃນ​ການ​ປາບ​ປາມ​ຢາ​ເສບ​ຕິດ ​ແລະຕ້ານ​ລັດທິ​ກໍ່​ການ​ຮ້າຍຂອງ​ຟິລິບ​ປິນຢ່າງຮອບດ້ານ, ຍຸຕິ​ທຳ ​ແລະພາວະ​ວິ​ໄສ, ສະໜັບສະໜູນຟິລິບ​ປິນທີ່​ພະຍາຍາມ​ຊຸກຍູ້​ພາລະກິດ​ສິດທິ​ມະນຸດ​ໂດຍ​ອີງ​ຕາມ​ສະພາບ​ຂອງ​ປະ​ເທດ​ຕົນ. ​ໃນ​ຖານະ​ເປັນ​ອົງການ​ສະ​ເພາະກິດ​ຂອງ​ອົງການ​ສະຫະປະຊາ​ຊາດ ຄວນ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ໃນ​ຂອບ​ທີ່​ເຄົາລົບ​ຈຸດປະສົງ ​ແລະຫຼັກການ "ກົດ​ບັດ​ສະຫະ​ປະຊາ​ຊາດ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ