ກຳປູ​ເຈຍຈະ​ແບ່ງປັນ​ບົດຮຽນ​​ເກັບກູ້​ລະ​ເບີດ​ຂອງ​ຕົນ​ກັບ​ໂລກ
2018-03-13 16:27:47  cri 

ທ່ານ​​ເຕຍບັນ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ ​ກ່າວ​ໃນ​ວັນ​ທີ 12 ມີນາ​ນີ້​ວ່າ: ກຳປູ​ເຈຍ​ຈະ​ເປີດ​ຊຸດ​ອົບຮົມ​ເຕັກນິກ​​ເກັບກູ້​ລະ​ເບີດ​ບໍ່​ທັນ​ແຕກ​ໂດຍ​ຫັນ​ໜ້າ​ສູ່​ປະ​ເທດ​ໃນ​ອາ​ຊຽນ ​ແລະ ປະ​ເທດ​ອື່ນໆ ​ເພື່ອ​ແບ່ງ​ປັນ​ບົດຮຽນ​ຂອງ​ຕົນ​ກັບ​ໂລກ ປົກ​ປັກ​ຮັກສາ​ສັນຕິພາບ​ໂລກ.

ປັດຈຸບັນ, ​ໃນ​ປະ​ເທດ​ກຳປູ​ເຈຍ​ຍັງ​ມີ "​ເຂດທີ່​ສົງ​ໄສວ່າ​ມີ​ລະ​ເບີດ​​ແລະ​ລູກປືນ​ໃຫຍ່ບໍ່​ທັນ​ແຕກ" ກວມ​ເນື້ອ​ທີ່ກວ້າງ 1.700 ກິ​ໂລ​ຕາ​ແມັດ ​ແລະ ຄາດ​ວ່າ​ຈະ​ສາມາດ​ເກັບ​ກູ້​ໄດ້​ໝົດ​ເມື່ອ​ຮອດ​ປີ 2025.

ທ່ານ​​ເຕຍ​ບັນ ກ່າວ​ຕື່ມ​ວ່າ: ກາ​ນ​ເປີດ​ຊຸດ​ອົບຮົມ​ເຕັກນິກ​ເກັບ​ກູ້ລະ​ເບີດ​ບໍ່​ທັນ​ແຕກ ​ແມ່ນ​ມາດ​ຕະການ​ໃໝ່​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະທັງ​ເປັນຄວາມ​ພາກພູມ​ໃຈຂອງ​ກຳປູ​ເຈຍ​ອີກດ້ວຍ ​ໂດຍ​ຜ່ານ​ການ​ເປີດ​ຊຸດ​ອົບຮົມ​ດັ່ງກ່າວ ຈະ​ເຮັດ​ໃຫ້​ໂລກ​ຮັບຮອງ​ເຕັກນິກ​ການເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ຂອງ​ກຳປູ​ເຈຍ ​ແລະ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ