ລັດ​ຖະ​ບານ​ຈີນ-ໄທ​ເຊັນ​ບົດ​ບັນ​ທຶກ​ຮ່ວມ​ມື​ການ​ສຶກ​ສາ​ພາ​ສາ​ຈີນ
2018-03-14 10:45:00  cri 

ກົມວັດ​ທະ​ນະ​ທຳ​ຫ້ອງ​ການ​ວຽກ​ງານ​ຊາວ​ຈີນ​ຕ່າງ​ດ້າວ​ລັດ​ຖະ​ບານ​ຈີນ​ແລະ​ຄະ​ນະ​ກຳ​ມະ​ການ​ການສຶກ​ສາ​ພາກ​ເອ​ກະ​ຊົນ​ກະ​ຊວງ​ສຶກ​ສາ​ທິ​ການ​​ໄທໄດ້​ເຊັນ​ບົດ​ບັນ​ທຶກ​ຮ່ວມ​ມື​ການ​ສຶກ​ສາ​ພາ​ສາ​ຈີນ​ຢູ່​ນະ​ຄອ​ນຫຼວງ​ບາງກອກ​ໃນ​ວັນ​ທີ 13 ມີ​ນາ​ນີ້​ເພື່ອ​ສົ່ງ​ເສີມ​ວຽກ​ງານ​ການ​ສຶກ​ສາ​ພາ​ສາ​ຈີນ​ຂອງ​ໄທ​ໃຫ້​ຂະ​ຫຍາຍ​ຕົວ​ຕື່ມ​ອີກ.

ບົດ​ບັນ​ທຶກ​ລະ​ບຸ​ວ່າ: ນັບ​ແຕ່​ຈີນ-ໄທ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ເປັນ​ຕົ້ນ​ມາ, ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອ​ງ​ຊາ​ດ​ໄດ້​ພັດ​ທະ​ນາ​ຢ່າງຫຼວງຫຼາຍ​ໂດຍ​ສະ​ເພາະ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ແລະ​ການ​ສຶກ​ສາ​ລະ​ຫວ່າງ​ສອງ​ປະ​ເທດ​ຕ່າງ​ກໍ​ຫວັງ​ຈະ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ຕື່ມ. ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ກັນ​ວ່າ: ການ​ເປີດກວ້າງ​ການ​ສຶກ​ສາ​ພາ​ສາ​ໄທ​ແລະ​ພາ​ສາ​ຈີນ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ຄວາມ​ຮັບ​ຮູ້​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ, ໄປ​ຄຽງ​ຄູ່​ກັບ​ເສດ​ຖະ​ກິດ​ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ໜຶ່ງ​ດຽວ​ກັນ​ແລະ​ການ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ຂອງ​ຈີນ, ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ, ຍິ່ງ​ເນັ້ນ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ພາ​ສາ​ຈີນ​ແລະ​ພາ​ສາ​ໄທ.

ບົດ​ບັນ​ທຶກ​ໄດ້​ລະ​ບຸ​ເນື້ອ​ໃນ​ການ​ຮ່ວມ​ມື​ຂອງ​ສອງ​ຝ່າຍ​ເຊິ່ງ​ປະ​ກອບ​ດ້ວຍຫຼາຍ​ດ້ານ​ເປັນ​ຕົ້ນ ການ​ຝຶກ​ອົບ​ຮົມ​ຄູ​ສອນ​ພາ​ສາ​ຈີນ​ຂອງ​ໄທ,ການ​ຮຽບ​ຮຽງ​ປຶ້ມ​ແບບ​ຮຽນ​ພາ​ສາ​ຈີນ,ຈັດ​ກິດ​ຈະ​ກຳ​ຄ້າຍ​ລະ​ດູ​ຮ້ອນ(ລະ​ດູ​ໜາວ)​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ໄທ,ການ​ເສັງ​ຄວາມ​ຮູ້​ວັດ​ທະ​ນະ​ທຳ​ຈີນ,ການ​​ແລກ​ປ່ຽນ​ຄູ​ສອນ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ