ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 15 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ​ເຂດກວາງ​ຊີ​ໃນ​ເດືອນ​ກັນ​ຍາ​ປີ​ນີ້
2018-03-14 15:43:11  cri 
ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 15 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ​ເຂດກວາງ​ຊີ ສ​ປ ຈີນ​ໃນ​ວັນ​ທີ 13 ມີ​ນາ​ນີ້​ແຈ້ງ​​ໃຫ້​ຮູ້​ວ່າ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 15 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ​ເຂດກວາງ​ຊີ​ຂອງ​ຈີນ​ແຕ່​ວັນ​ທີ 12 ຫາ​ວັນ​ທີ 15 ກັນ​ຍາ​ປີ​ນີ້, ໂດຍ​ເນັ້ນ​ຫົວ​ຂໍ້ "ຮ່ວມ​ກັນ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21, ສ້າງ​ປະ​ຊາ​ຄົມ​ຮ່ວມ​ການປະ​ດິດ​ສ້າງ​ໃໝ່​ຈີນ-ອາ​ຊຽນ".

ປີ​ນີ້​ຈີນ-ອາ​ຊຽນ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ຄົບ​ຮອບ 15 ປີ, ທັງ​ແມ່ນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 15 ປີ, ແລະ​ກໍ​ແມ່ນ​ປີ​ປະ​ດິດ​ສ້າງ​ໃໝ່​ຈີນ-ອາ​ຊຽນ​ອີກ​ດ້ວຍ. ​ສະ​ນັ້ນ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນຄັ້ງ​ນີ້​ຈະ​ຖື​ໂອ​ກາດ​ດັ່ງ​ກ່າວ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ, ປະ​ດິດ​ສ້າງ​ໃໝ່​ແລະ​ອື່ນໆ, ຊຸກ​ຍູ້​ການ​ກໍ່​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21 ຈາກ​ຄວາມ​ຮັບ​ຮູ້​ເປັນ​ເອ​ກະ​ພາບ​ກັນ​ກ້າວ​ໄປ​ສູ່​ການ​ປະ​ຕິ​ບັດ​ຕົວ​ຈິງ, ຊ່ອຍ​ເຫຼືອ​ຊຸກ​ຍູ້​ການ​​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ມີ​ທັດ​ສະ​ນະ​ຄະ​ຕິ​ເຊື່ອມ​ຈອດ​ກັນ, ແບ່ງ​ປັນ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ