ຈີນ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ພິ​ເສດ​ໃນ​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ
2018-03-14 16:16:31  cri 
ວັນ​ທີ 13 ມີນາ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ: ຈີນ​​ເດັດດ່ຽວ​ສຸ​ມ​ໃສ່​ເປົ້າໝາຍ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ, ​ເດັດດ່ຽວ​ສຸ​ມ​ໃສ່​ການໃຫ້​ແຫຼມ​ເກົາຫຼີ​ມີ​ສັນຕິພາບ ​ແລະ​ຄວາມ​ໝັ້ນຄົງ ​ແລະ​ເດັດ​ດ່ຽວ​ສຸ​ມ​ໃສ່​ການ​ແກ້​​ໄຂ​​ໂດຍ​ການ​ເຈລະຈາ. ຈີນ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ພິ​ເສດ, ຊຸກຍູ້​ໃຫ້​ບັນດາ​ຝ່າຍ​ເລີ່​ມ​ດຳ​ເນີນ​ການ​ເຈລະຈາ, ​​ເຈລະຈາ​ກັນ​ໄປ​​ໃຫ້​ໄດ້​ຮັບ​ໝາກຜົນ​ທີ່​ດີ​ ຄື ​ເຮັດ​ໃຫ້​ແຫຼມ​ເກົາ​ມີ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ​ປອດ​ນິວ​ເຄຼຍ.

ທ່ານ​ກ່າວ​ຕື່ມ​ວ່າ: ບັນຫານິວ​ເຄຼຍ​ແຫຼມ​ເກົາຫຼີ​ມີ​ໂອກາດ​ແກ້​ໄຂ​ໂດຍ​ການ​ເຈລະຈາ​ຄືນ​ໃໝ່, ຕ້ອງ​ໄດ້​ໃຫ້​ກຳລັງ​​ໃຈ ​ແລະ​ສະໜັບສະໜູນ. ຈີນຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່ທ່ານ​ໂດ​ນານ ທຣຳ ປະທານາ​ທິບໍດີ​ອາ​ເມ​ລິ​ກາ ​ໄດ້ກ່າວ​ວ່າ: ຫວັງ​ວ່າ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີຈະສາມາດ​ແກ້​ໄຂ​ໂດຍ​ສັນຕິ​ໄດ້​ໃນ​ທີ່​ສຸດ.

ທ່ານ​ຈູງອຸຍ​ຢົງ ທູດ​ພິ​ເສດ​ປະທານາ​ທິບໍດີ ສ ​ເກົາ​ຫຼີ​ໄດ້​​ຢ້ຽມຢາມ​ປະ​ເທ​ດຈີນ​ໃນ​ວັນ​ທີ 12 ມີນາ​ນີ້ ​​ເພື່ອແລກປ່ຽນ​​ຢ່າງ​ເລິກ​ເຊິ່ງກັບ​ຝ່າຍ​ຈີນ​ກ່ຽວ​ກັບ​ສະພາບ​ການ​ທີ່​ທ່ານ​ໄດ້​ຢ້ຽມຢາມ ສປປ ​ເກົາ​ຫຼີ ​ແລະ​ອາ​ເມ​ລິ​ກາ. ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້ສົນທະນາ​ຜ່ານ​ທາງໂທລະ​ສັບ​ກັບປ​ະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ, ​ໂດຍປະມຸກ​ລັດຈີນ-ອາ​ເມ​ລິ​ກາ​ໄດ້​​​ແລກ​ປ່ຽນ​ກັນກ່ຽວ​ກັບ​ສະພາບ​ການ​ໃໝ່​ສຸດຂອງ​ແຫຼມ​ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ