​ໄວ້ອາ​ໄລ​ຕໍ່​ຜູ້​ເສຍ​ຊີວິດ​ໃນ​ເຫດການ​ຍົນ​ໂດຍສານ​ເນ​ປານ​ຕົກ
2018-03-14 16:18:11  cri 
ວັນ​ທີ 13 ມີນາ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​​ໃນ​ກອງ​ປະຊຸມ​ຂ່າວ​ວ່າ: ຈີນຂໍ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ເຫດການ​ຍົກ​ໂດຍສານ​​ເນ​ປານຕົກ​ ​ແລະ​ໄວ້ອາ​ໄລ​ຕໍ່​ຜູ້​ເສຍ​ຊີວິດ​ໃນ​ເຫດການ​ດັ່ງກ່າວ.

ຕາມ​ຂ່າວ​ລາຍ​ງານ​ວ່າ: ວັນ​ທີ 12 ມີນາ​ນີ້, ຍົນ​​ໂດຍສານ​ເນ​ປານ​ທີ່ບັນທຸກ​ຜູ້​ໂດຍສານ ​ແລະ​ຈຸ​ບິນ​ທັງ​ໝົດ 71 ຄົນ​ຈາກ​​​ເມືອງ​ດາ​ກາ​ໄປ​ນະຄອນຫຼວງກັດ​ມັນ​ດູ​ໄດ້​ເກີດ​ອຸບັດ​ເຫດ ​ແລະ​ຕົກ ​ເຮັດ​ໃຫ້​​ມີ​ຜູ້ເສຍ​ຊີວິດ 49 ຄົນ ​ແລະ​ບາດ​ເຈັບ 22 ຄົນ. ວັນ​ທີ 13 ມີນາ​ນີ້, ອົງການ​ທີ່​ກ່ຽວຂ້ອງຂອງ​ເນ​ປານ​ຢືນ​ຢັນວ່າ: ມີພົນລະ​ເມືອງ​ຈີນ​ຜູ້​ໜຶ່ງໄດ້​ເສຍ​ຊີວິ​ດ​ໃນ​ເຫດການ​ດັ່ງກ່າວ.

ທ່ານ​ລູ້​ຄ່າງ​ກ່າວ​ວ່າ: ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວ​າມ​​ໄວ້ອາ​ໄລຢ່າງ​ສຸດ​ຊຶ້ງຕໍ່​ຜູ້​ເສຍ​ຊີວິດ ​​ພ້ອມ​ທັງ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ຄອບຄົວ​ຂອງ​ຜູ້​ເສຍຊີວິດ​ທັງ​ໝົດ ​ແລະ​ຜູ້​ບາດ​ເຈັບ​ດ້ວຍ​ຄວາມ​ເປັນ​ຫວ່າງ​ເປັນ​ໄຍຢ່າງ​ສູງ.
ທ່ານ​ກ່າວ​ຕື່ມ​ວ່າ: ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ​ສະຖານທູດ​ຈີນ​ປະຈຳ​ເນ​ປານ​ຈະ​ສືບ​ຕໍ່​​ເອົາ​ໃຈ​ໃສ່​ຕິດຕາມ​ຄວາມ​ຄືບ​ໜ້າ​ຂອງ​ເຫດການ​ດັ່ງກ່າວ ​ແລະ​​ໃຫ້ການ​ຊ່ວຍ​ເຫຼືອ​ຢ່າງ​ຕັ້ງໜ້າ​ຕໍ່​ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດທີ່​ເປັນ​ຊາວ​ຈີນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ