ຜູ້​ນຳ​ຈີນຊົມ​ເຊີຍທ່ານ​ນາງ​​ແອ​ງ​ເຈີ​ລາ ເມີ​ແຄວ ​ທີ່ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ນາ​ຍົກ​ເຢຍ​ລະ​ມັນ​ອີກ​ເທື່ອ​ໜຶ່ງ
2018-03-15 16:53:39  cri 
ວັນ​ທີ 14 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ໄປ​ຍັງ​ທ່ານ​ນາງ​​ແອ​ງ​ເຈີ​ລາ ເມີ​ແຄວ ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ແລະ​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​​ເປັນ​ສະ​ໄໝ​ທີ 4.

ທ່ານ​ສີ​ຈິ້ນ​ຜິງ​ກ່າວໃນ​ໂທ​ລະ​ເລກ​ຊົມ​ເຊີຍ​ວ່າ, ພາຍ​ຫຼັງ​ຈີນ​ເຢຍ​ລະ​ມັນ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດຮອບ​ດ້ານ​ເມື່ອ​ປີ 2014 ມາ​ນີ້, ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ, ຜົນ​ປະ​ໂຫຍດ​ຮ່ວມ​ແລະ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໄດ້ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ໃນ​ການ​ຊຸກ​ຍູ້​ການ​ຄຸ້ມ​ຄອງ​ທົ່ວ​ໂລກ, ຊຸກ​ຍູ້​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ແລະ​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ອື່ນໆ. ຂ້າ​ພະ​ເຈົ້າ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ຍິນ​ດີ​ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ​ທ່ານ, ປັບ​ປຸງ​ແລະ​ຍົກ​ລະ​ດັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈທາງ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ສູ​ງ​ຂຶ້ນ, ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່ແລະ​​ມີ​ຄວາມ​ກ້າວ​ໜ້າ​ໃຫຍ່​ຫຼວງກວ່າ​ເກົ່າ.

ມື້​ດຽວ​ກັນ, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກໍ​ໄດ້​ສົ່ງ​ໂທ​ລະ​ເລກ​ຂົມ​ເຊີຍ​ເຖິງ​ທ່ານ​ນາງ​ເມີ​ແຄວ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ