ຈີນ​ຍິນ​ດີ​ພະຍາຍາມ​ຮ່ວມ​ກັບ​ລັດຖະມົນຕີ​​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຄົນໃໝ່​ຊຸກຍູ້​ສາຍ​ພົວພັນ​ຈີນ-ອາ​ເມ​ລິ​ກາ​ໃຫ້​ສືບ​ຕໍ່ພັດທະນາ
2018-03-15 17:01:16  cri 
ວັນ​ທີ 14 ມີນາ​ນີ້, ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້ປະກາດ​ປົດ​ໜ້າ​ທີ່​ຂອງ​ທ່ານ ​ເຣກສ ຕີ​ເລິ​​ເສີນ ອະດີດ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ ​ແລະ​​ແຕ່ງ​ຕັ້ງ​ທ່ານ​​ໄມ​ກ ພົມ​ເພ​ວ ​ຫົວໜ້າ​ອົງການ​ຂ່າວ​ລັບ​ສູນ​ກາງອາ​ເມ​ລິ​ກາ​ດຳລົງ​ຕຳ​ແໜ່​ງ​ເປັນລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາຄົນ​ໃໝ່.

​ມື້​ດຽວ​ກັນ, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປ​ະ​ເທດ​ຈີນ​ກ່າວ​​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ຈີນ​ຍິນ​ດີ​ພະຍາຍາມ​ຮ່ວມ​ກັບ​ລັດຖະມົນຕີ​ກະຊວງ​ການ​ຕ່າງປ​ະ​ເທດ​ອາ​ເມລິ​ກາຄົນ​ໃໝ່ ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ຈີນ-ອາ​ເມ​ລິ​ກາ​​ໃຫ້ສື​ບຕໍ່​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ.

ທ່ານລູ້​ຄ່າງ​ກ່າວ​ຕື່ມ​ວ່າ: ຈີນ ​ແລະ​ອາ​ເມ​ລິ​ກາສາມາດ​ດຳ​ເນີນ​ການ​ຮ່ວມ​ມື​​ໃນ​ບັນຫາທີ່​ເຄັ່ງຮ້ອນ​ຂອງ​ພາກ​ພື້ນ​ ​ແລະ​ສາກົນກໍ​ເນື່ອງ​ຈາກວ່າ​ມັນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍດຮ່ວມ​ຂອງ​ສອງ​ຝ່າຍ ​ແລະເປັນການຄາດຫວັງຂອງ​ປະຊາ​ຄົມ​ໂລກ, ສະ​ນັ້ນ ຈີນຫວັງ​ວ່າ​ຈະ​ສາມາດ​ສືບ​ຕໍ່​ຮັກສາ​ທ່າ​ຂະຫຍາຍຕົວ​ຈອງການ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ. ຂະນະ​ດຽວ​ກັນ, ທ່ານ​ລູ້​ຄ່າງ​ຍັງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ທ່ານ​ຕີ​​ເລິ​ເສີນ​ທີ່​​ໄດ້ປະກອບສ່ວນ​​ເພື່ອສາຍ​ພົວພັນ​ຈີ​ນ-ອາ​ເມ​ລິ​ກາ​ໃນ​ໄລຍະ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ