ຄະນະ​​ປະຈຳ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ​ຈັດ​ກອງ​ປະຊຸມ​ເທື່ອ​ທຳ​ອິດ
2018-03-16 17:16:51  cri 
ວັນທີ 15 ມີນາ​ນີ້, ຄະນະ​​ປະຈຳ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​ຈີນຊຸດ​ທີ 13 ​ໄດ້​ຈັດ​ກອງ​ປະຊຸມ​ເທື່ອ​ທຳ​ອິດ​ຢູ່​ນະຄອນຫຼວງປັກ​ກິ່ງ​ໂດ​ຍທ່ານ​ວ່າງ​ຢາງ ປະທານ​ສະພາ​ປຶ​ກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​ຈີນ​ເຂົ້າຮ່ວມ​.

ກອງ​ປະຊຸມ​ໄດ້​ຄົ້ນຄວ້າ​ພິຈາລະນາ ​ແລະຮັບຮອງ​ວາລະ​ຂອງ​ກອງ​ປະຊຸມ​ນີ້ ​ແລະ​ຮັບ​ຟັງການ​ລາ​ຍງານ​ຮ່າງ​ມະຕິ​ກ່ຽວ​ກັບ​ການ​ສ້າງ​ຕັ້ງຄະນະ​ກຳມະການ​ສະ​ເພາະ​ກິດຂອງ​ຄະນະປະຈຳ​ສະພາ​ປຶກສາ​ການ​ເມືອງປະ​ຊາ​ຊົນ​ແຫ່ງ​ຊາດ​ຊຸດ​ທີ 13 ​ແລະ​ຮ່າງບັນຊີ​ລາ​ຍຊື່​ຫົວໜ້າ, ຮອງ​ຫົວໜ້າ​ຂອງຄະນະ​ກຳມະການ​ສະ​ເພາະ​ກິດຕ່າງໆ​ທີ່​ລາຍ​ງານ​ໂດ​ຍທ່ານ​​ເຊ້ຍປາ​ວລົ໋ງ ຮອງ​ປະທານ ​ທັງ​ເປັນ​ເລ​ຂາ​ທິການ​​ໃຫຍ່​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ.

​ກອງ​ປະຊຸມ​ດັ່ງກ່າວ​ໂດຍການ​ເປັນ​ປະທານ​ຂອງ​ທ່ານ​ຈ່າງ​ຊີ້​ງລີ໋ ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ