ກອງ​ປະ​ຊຸມ​ສະ​ພາປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຮັບ​ຮອງ​ແຜນ​ການ​ປະ​ຕິ​ຮູບ​ກົງ​ຈັກ​ຄະ​ນະ​ລັດ​ຖະ​ບານ​ຈີນ
2018-03-17 10:17:35  cri 
ຕອນ​ເຊົ້າ​ວັນ​ທີ 17 ມີ​ນາ​ນີ້, ກອງ​ປະ​ຊຸມ​ຄັ້ງ​ທີ 1 ​ຂອງ​ສ​ະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນສ​ະ​ໄໝ​ທີ 13 ໄດ້​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ໄດ້​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ແຜນ​ການ​ປະ​ຕິ​ຮູບ​ກົງ​ຈັກ​ຄະ​ນະ​ລັດ​ຖະ​ບານ​ຈີນ.

ການ​ປະ​ຕິ​ຮູບ​ກົງ​ຈັກ​ຄະ​ນະ​ລັດ​ຖະ​ບານ​ຈີນ​ຮອບ​ນີ້​ມີ​ຈຸດ​ປະ​ສົງ​ສຸມ​ໃສ່​ການ​ປັບ​ປຸງ​ພາ​ລະ​ບົດ​ບາດ​ຂອງ​ຂົງ​ເຂດ​ຈຸດ​ໜັກ ແລະ​ຂໍ​ກະ​ແຈ​ໃນ​ລະ​ບົບ​ລັດ​ຖະ​ບານ, ເພື່ອ​ສ້າງ​ລະ​ບົບ​ປົກ​ຄອງ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຢ່າງ​ຈະ​ແຈ້ງ ແລະ​ບໍ​ລິ​ຫານ​ຕາມ​ກົດ​ໝາຍ, ຍົກ​ສູງ​ປະ​ສິ​ດ​ທິ​ພາບ​ຂອງ​ລັດ​ຖະ​ບານ, ສ້າງ​ລັດ​ຖະ​ບານ​ແບບ​ບໍ​ລິ​ການ​ທີ່​ປະ​ຊ​າ​ຊົນ​ພໍ​ໃຈ. ອີງ​ຕາມ​ແຜນ​ການ​ດັ່ງ​ກ່າວ, ຫຼັງ​ການ​ປະ​ຕິ​ຮູບ​ຮອບ​ນີ້, ນອກ​ຈາກ​ຫ້ອງວ່າ​ການ​ລັດ​ຖະ​ບານ​ແລ້ວ, ຈະ​ມີ 26 ພາກ​ສ່ວນ​ໃນ​ຄະ​ນະ​ລັດ​ຖະ​ບານ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ