ຊ່ຽວ​ຊານ​ຊີ້​ວ່າ, ການ​ຮ່ວມ​ມື​ໃຕ້​ໃຕ້​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້​ອຸ​ທິດ​ສະ​ຕິ​ປັນ​ຍາ​ຈີນ​ໃຫ້​ແກ່​ທົ່ວ​ໂລກ
2018-03-17 16:11:54  cri 
ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ຫວາງ​ອີ້, ຜູ້​ແທນ​ສະ​ພາປະ​ຊາ​ຊົນ​ແຫ່ງ​ຊາດ ທັງ​ເປັນ​ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ ແລະ​ທີ່​ປຶກ​ສາ​ຍຸດ​ທະ​ສາດ​ວິ​ທະ​ຍາ​ສາດ​ເຕັກ​ເຕັກ​ນິກ​ຂອງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາ​ດ​ຈີນ​ໄດ້​ສະ​ເໜີ​ໃຫ້​ລົງ​ເລິກ​ການ​ຮ່ວມ​ມື​ໃຕ້​ໃຕ້​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ອຸ​ທິດ​ສະ​ຕິ​ບັນ​ຍາ​ຈີນ ແລະ​ແຜນ​ການ​ຂອງ​ຈີນ​ໃຫ້​ແກ່​ທົ່ວ​ໂລກ​.

ທ່ານ​ຫວາງ​ອີ້​ກ່​າວ​ວ່າ, ການ​ຮ່ວມ​ມື​ໃຕ້​ໃຕ້​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ໄດ້​ກາຍ​ເປັນ​ເວ​ທີ​ຂອງ​ຜູ້​ເຂົ້າ​ຮ່ວມ ຜູ້​ປະ​ກອບ​ສ່ວນ ແລະ​ຜູ້​ນຳ​ໜ້າ​ທີ່​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ​ການ​ສ້າງ​​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ຂອງ​ທົ່ວ​ໂລກ, ກໍ​ເປັນ​ພາກ​ສ່ວນ​​ສຳ​ຄັນ​ທີ່​ຈີນປະ​ຕິ​ບັດ​ຕາມ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສາ​ກົນ, ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້ ແລະ​ຊ່ວຍ​ເຫຼືອ​ປະ​ເທດ​​ພວມ​ພັດ​ທະ​ນາ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ທ່ານກ່າວ​ຕື່ມວ່າ, ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ຮ່ວມ​ມື​ໃຕ້​ໃຕ້​ໄດ້​ເສີມ​ຂະ​ຫຍ​າຍ​ບົດ​ບາດ​ອັນ​ສຳ​ຄັນ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ທົ່ວ​ໂລກ, ທັງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ສຳ​ຄັນ​ໃນ​ການ​ຊ່ວຍ​ເຫຼືອ​ປະ​ເທດ​​ພວມ​ພັດ​ທະ​ນາ​ໃຫ້ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ປະ​ສານ​ສົມ​ທົບ​ກັນ, ​ແລະແລກ​ປ່ຽນ​ຂໍ້​ມູນ​ຂາວ​ສານເຊິ່ງ​ກັນ​ແລະ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ