ຈີນ​ຄັດ​ຄ້ານລັດ​ຖະ​ບານ​ອາ​ເມ​ລິ​​ກາ​ລົງ​ນາ​ມ​ໃນ "​ຍັດ​ຕິ​ກ່ຽວ​ກັບ​ການ​ໄປ​ມາ​ຫາ​ສູ່​ກັນ​ກັບ​ໄຕ້​ຫວັນ"
2018-03-18 09:55:04  cri 
ວັນ​ທີ 17 ມີ​ນາ​ນີ້​ໃນ​ໂອ​ກາດ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຄັດ​ຄ້ານລັດ​ຖະ​ບານ​ອາ​ເມ​ລິ​​ກາ​ລົງ​ນາ​ມ​ໃນ "ຍັດ​ຕິ​ວ່າ​ດ້ວຍ​ການ​ໄປ​ມາ​ຫາ​ສູ່​ກັນ​ກັບ​ໄຕ້​ຫວັນ", ແລະ​ໄດ້​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ຮຸນ​ແຮງ​​ກັບ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ.

​ທັງ​ນີ້​ໃນ​ວັນ​ດັ່ງ​ກ່າວມີ​ນັກ​ຂ່າວ​ຖາມ​ວ່າ, ຕາມ​ຂ່າວ​ແຈ້ງວ່າ, ​ລັດ​ຖະ​ບານອາ​ເມ​ລິ​ກາ​ໄດ້​ລົງ​ນາມ​ໃນ "ຍັດ​ຕິ​ວ່າ​ດ້ວຍ​ການ​ໄປ​ມາ​ຫາ​ສູ່​ກັນ​ກັບ​ໄຕ້​ຫວັນ", ຈີນ​ມີ​ຄວາມ​ເຫັນ​ຫຍັງ​ຕໍ່​ເລື່ອງ​ນີ້?

ທ່ານ​ລູ້​ຄ່າງ ກ່າວ​ວ່າ, ຍັດ​ຕິ​ດັ່ງ​ກ່າວ​ໄດ້​ລະ​ເມີດ​ຫຼັກ​​ການ​ປະ​ເທດ​ຈີນ​ດຽວ​ແລະ​ຂໍ້​ກຳ​ນົດ​ຂອງ​ຖະ​ແຫຼງ​ການ​ຮ່ວມ​ຈີນ-ອາ​ເມ​ລິ​ກາສາມ​ສະ​ບັບ​ຢ່າງ​ໜັກ​ໜ່ວງ, ​ເປັນ​ການ​ສົ່ງ​ສັນ​ຍານ​ທີ່​ຜິດ​ພາດ​​ແລະໜັກ​ໜ່ວງ​ຕໍ່​ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ໄຕ້​ຫວັນ. ຈີນ​ເຕືອນ​ໃຫ້​ອາ​ເມ​ລິ​ກາ​​ປ່ຽນ​ແປງ​ຄວາມ​ຜິດ​ພາດ​ຂອງ​ຕົນ, ແກ້​ໄຂບັນ​ຫາ​ກ່ຽວ​ກັບ​​ໄຕ້​ຫວັນ​ຢ່າງ​ເໝາະ​ສົມ​ແລະ​ລະ​ມັດ​ລະ​ວັງ, ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ທຳ​ລາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ແລະ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຢູ່ເຂດ​ຊ່ອງ​ແຄບ​ໄຕ້​ຫວັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ