ທ່ານ​ສີ​ຈິ້ນ​ຜິງສົ​ນ​ທະ​ນາ​ຜ່ານ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ນາງ​ເມີ​ແຄວ​
2018-03-18 10:40:14  cri 
ວັນ​ທີ 17 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ​ນາງແອງ​ເຈີ​ລາ ເມີ​ແຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ໄດ້​ສົ​ນ​ທະ​ນາ​ກັນ​ຜ່ານ​ທາງ​ໂທ​ລະ​ສັບ.

ທ່ານ​ນາງ​ເມີ​ແຄວ ຊົມ​ເຊີຍ​ທ່ານ​ສີ​ຈິ້ນ​ຜິງ​ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ​ຊຸດ​ໃໝ່​ຕື່ມ​ອີກວາ​ລະ​ໜຶ່ງ​, ແລະກ່າວ​ວ່າ​ລັດ​ຖະ​ບານ​ເຢຍ​ລະ​ມັນ​ຊຸດ​ໃໝ່​ຈະ​ສຸມ​ກຳ​ລັງ​ເພື່ອ​ສືບ​ຕໍ່​ຂະ​ຫຍາຍ​ສາຍ​ພົວ​ພັນ​ເຢຍ​ລະ​ມັນ​ແລະ​ຈີນ​ທີ່​ໃກ້​ຊິດກວ່າ​ເກົ່າ. ເຢຍ​ລະ​ມັນ​ສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ແຕ່​ຕົ້ນ​ຕະ​ຫຼອດ​ປາຍ, ຍິນ​ດີ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ໂດຍ​ຜ່ານ​ໂຄງ​ການ​ຮ່ວມ​ມື. ເຢຍ​ລະ​ມັນ​ສະ​ໜັບ​ສະ​ໜູນ​ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ເອີ​ລົບ​ແລະ​ຈີນ, ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ພາຍ​ໃຕ້​ຂອບ​ຫຼາຍ​ຝ່າຍ​ເຊັ່ນ​ກຸ່ມ 20 ປະ​ເທດ​ແລະ​ອື່ນໆ, ຮ່ວມ​ກັນ​ຮັກ​ສາ​ລະ​ບຽບ​ການຫຼາຍ​ຝ່າຍ.

ທ່ານ​ສີ​ຈິ້ນ​ຜິງ ຊົມ​ເຊີຍ​ທ່​ານ​ນາງ​ເມີ​ແຄວໄດ້​ຮັບ​ການເລືອກ​ຕັ້ງ​ໃຫ້ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​​ເປັນ​ສະ​ໄໝ​ທີ 4. ທ່ານ​ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ, ຈີນ​ແລະ​ເຢຍ​ລະ​ມັນ​ແມ່ນ​ປະ​ເທດ​ໃຫຍ່​ໃນ​ໂລກ​ແລະ​​ເປັນກຳ​ລັງ​ສຳ​ຄັນ​​ໃນ​ການ​ຮັກ​ສາຄວາມ​ໝັ້ນ​ທ່ຽງ, ຈີນ​​ໃຫ້​ຄວາມ​ສຳ​ຄັນສູງ​ຕໍ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ກັບ​ເຢຍ​ລະ​ມັນ​ເຊັ່ນ​ດຽວ​ກັນ. ສອງ​ປະ​ເທດ​ຄວນ​ກາຍ​ເປັນ​ແບບ​ຢ່າງ​ຂອງ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຄວນ​ສືບ​ຕໍ່​ເປັນ​ຜູ້​ນຳ​ໜ້າ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ເອີ​ລົບ, ຄວນ​ກາຍ​ເປັນ​ຜູ້​ຊຸກ​ຍູ້​ການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່, ນອກ​ນີ້, ສອງ​ປະ​ເທດ​ຍັງ​ຄວນ​ກາຍ​ເປັນຄູ່​ຮ່ວມ​ມື​ທີ່​ກ້າວ​ລ້ຳ​ຄວາມ​ແຕກ​ຕ່າງ​ກັນ​ດ້ານຮູບ​ຖານ​ຈິດ​ສຳ​ນຶກ. ຈີນ​ແລະ​ເຢຍ​ລະ​ມັນ​ແມ່ນ​ຄູ່​ຮ່ວມ​ມື​ຫາກ​ບໍ່​ແມ່ນ​ຄູ່​ແຂ່ງ​, ການ​ພັດ​ທະ​ນາ​ຂອງ​ຕົນ​​ເປັນ​ໂອ​ກາດ​ຫາກ​ບໍ່​ແມ່ນ​ການ​ທ້າ​ທາຍ​ຕໍ່​​ກັນ.

ຜູ້​ນຳ​ສອງ​ປະ​ເທດ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ​ເຊັ່​ນ​ລະ​ບຽບ​ການ​ຄ້າ​ສາ​ກົນ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ