ປະ​ທານ​ປະ​ເທດ​ຈີນ​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ທ່ານ​ປູ​ຕິນ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍອີກວາ​ລະ​ໜຶ່ງ
2018-03-19 10:49:08  cri 
ວັນ​ທີ 19 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ເຖິງ​ທ່ານວ​ລາ​ດີ​ເມຍ ປູ​ຕິນ ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ອີກວາ​ລະ​ໜຶ່ງ.

​ເນື້ອ​ໃນໂທ​ລະ​ເລກ​ລະ​ບຸ​ວ່າ: ຊຸມ​ປີ​ມໍ່ໆ​ມາ​ນີ້, ປະ​ຊາ​ຊົນ​ຣັດ​ເຊຍ​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ພ້ອມ​ກັນ​ກ້າວ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ປະ​ເທດ​ໃຫ້​ເຂັ້ມ​ແຂງ​ແລະ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ເດັດ​ດ່ຽວ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​​ຂອງ​ຣັດ​ເຊຍໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໂດດ​ເດັ່ນ ແລະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ໃນ​ວຽກ​ງານ​ສາ​ກົນ. ເຊື່ອ​ໝັ້ນ​ວ່າ ຣັດ​ເຊຍ​ຈະ​ສາ​ມາດ​ສ້າງ​ຄວາມ​ສີ​ວິ​ໄລ​ຮຸ່ງ​ເຮືອງ​ຄັ້ງ​ໃໝ່​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ໄດ້​ຢ່າງ​ແນ່ນອນ. ປັດ​ຈຸ​ບັນ, ສາຍ​ພົວ​ພັນ​ຄູ່​ຮ່ວມ​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ຣັດ​ເຊຍ​ກຳ​ລັງ​ຢູ່​ໃນ​ລະ​ດັບ​ທີ່​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ ເຊິ່ງ​ໄດ້​ສ້າງ​ແບບ​ຢ່າງ​ທີ່​ດີ​ໃຫ້​ແກ່​ການ​ສ້າງ​ສາຍ​ພົວ​ພັນ​ສາ​ກົນ​ແບ​ບ​ໃໝ່​ທີ່​ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ,ຍຸດ​ຕິ​ທຳ​,ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຣັດ​ເຊຍ​ພະ​ຍາ​ຍາມ​ຊຸກ​ຍູ້​ສາຍ​ພົວ​ພັນ​ຈີນ-ຣັດ​ເຊຍ​ໃຫ້​ຂະ​ຫຍາຍ​ຕົວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ບົນ​ພື້ນ​ຖານ​ລະ​ດັບ​ສູງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ໃຜ​ລາວ ​ພ້ອມ​ທັງສົ່ງ​ເສີມ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ສະ​ຫງົບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ