ຈະ​ຖ່າຍ​ທອດ​ສົດ​ພິ​ທີ​ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ​ໜຶ່ງ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ແລະ​ພິ​ທີ​ຖະ​ແຫຼງ​ຂ່າວ​ຂອງ​ນາ​ຍົກ​ຈີນ
2018-03-19 16:29:27  cri 
ເວ​ລາ 9 ໂມງ​​ຂອງ​ວັນ​ທີ 20 ມີ​ນາ​ນີ້, ພິ​ທີ​ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ​ໜຶ່ງ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ຈະ​ຈັດ​ຂຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ. ຫຼັງ​ກອງ​ປະ​ຊຸມ​ປິດ​ລົງ, ທ່ານ​ຫຼີ​ເຄີ້​ສຽງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ພົບ​ປະ​ກັບ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ຢູ່​​ຫ້ອງ​ສີ​ຄຳ​ທີ່​ຊັ້ນ 3 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ.

ຮອດ​ເວ​ລາ​ນັ້ນ, ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ຈະ​ຖ່າຍ​ທອດ​ສົດ​ດ້ວຍ​ພາ​ສາ​ອັງ​ກິດ​ແລະ​ພາ​ສາ​ຈີນ, ແລະ​ຈະ​ອອກ​ອາ​ກາດ​ໂດຍ​ຜ່ານ CRI English Worldwide, ແລະ​ວິ​ທະ​ຍຸ​ສາ​ກົນ​ພາ​ສາ​ຈີນ, ເວັບ​ໄຊ​ຂອງ CRIແລະ​ອື່ນໆ.

ພ້ອມ​ກັນ​ນັ້ນ, ຍັງ​ຈະ​ຖ່າຍ​ທອດ​ສົດ​ໂດຍ​ຜ່ານແອັບ ChinaNews, ChinaTVແລະ CIBN ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ