ຈີນ​ແຕ່ງ​ຕັ້ງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່
2018-03-19 16:07:21  cri 
    ຜ່ານ​ການ​ລົງ​ຄະ​ແນນ​ສຽງ​ໃນ​ກອງ​ປະ​ຊຸມ, ໄດ້​ຕົກ​ລົງ​​ແຕ່ງ​ຕັ້ງ​ທ່ານ ຊ່ຽວ​ເຈຍ ເປັນ​ເລ​ຂາ​ທິ​ການ​ໃຫຍ່​ລັດ​ຖະ​ບານ, ທ່ານ ວາງຢີ້ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ເວີ້ຍ​ເຟີ້ງ​ເຮີ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ ເຮີ​ລີ້​ເຟິ່ງ ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ຊາດ, ທ່ານ ເຊີນ​ປາວ​ເຊິ່ງ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ, ທ່ານ ວາງ​ຈື້​ກ່າງ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ທ່ານ ມຽວ​ເວີຍ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​​ຂໍ້​ມູນ​ຂ່າວ​ສານ, ທ່ານ ບາ​ເທີ ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ຊົນ​ເຜົ່າ​ແຫ່ງ​ຊາດ, ທ່ານ ຈ້າວ​ເຄີ້​ຈື້ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ທ່ານ ເຊີນ​ເວີນ​ຊິ່ງ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ທ່ານ ຮວງ​ຊູ້​ຊຽນ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງວຽກ​ງານ​ປະ​ຊ​າ​ສົງ​ເຄາະ, ທ່ານ ຟູ້​ເຈີ້ງ​ຮ​ວາ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ, ທ່ານ ລິວ​ຄຸ່ນ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ, ທ່ານ ຈ່າງ​ຈີ້​ນານ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແລະ​ປະ​ກັນ​ສັງ​ຄົມ, ທ່ານ ລູ້​ຮ້າວ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ທ່ານ ຫຼີ​ກ້ານ​ເຈຍ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ່ງ​ແວດ​ລ້ອມ​ນິ​ເວດ, ທ່ານ ວາງ​ເມີງ​ຮຸ່ຍ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ເຮືອນ​ຢູ່​ແລະ​ການກໍ່​ສ້າງ​ຕົວ​ເມືອງ​-ຊົນ​ນະ​ບົດ, ທ່ານ ຫຼີ​ສຽວ​ເພີງ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ທ່ານ ເອີ້​ຈິ້ງ​ພິງ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊົນ​ລະ​ປະ​ທານ, ທ່ານ ຮານ​ຊາງ​ຟູ້ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​​ກຳ-ຊົນ​ນະ​ບົດ, ທ່ານ ຈົ່ງ​ຊ່ານ ເປັນ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຄ້າ, ທ່ານ ໂລ້​ຊູ້​ກ່າງ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ, ທ່ານ ມ໋າສຽວເຫວີຍ ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ-ສຸ​ຂະ​ພາບ​ແຫ່ງ​ຊາດ, ທ່ານ ຊູ່ນ​ຊ້າວ​ເສີງ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ວຽກ​ງານທະ​ຫານທີ່​ອອກ​ປະ​ຈຳ​ການ, ທ່ານ ວາງ​ຢູ້​ຜູ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄຸ້ມ​ຄອງ​ສຸກ​ເສີນ, ທ່ານ ຢີ້​ກ່າງ ເປັນ​ຜູ້​ວ່າ​ການ​ທະ​ນາ​ຄານ​ປະ​ຊາ​ຊົນ ແລະ​ທ່ານ ຮູ​ເຈີ​ຈູ່ນ ເປັນ​ຫົວ​ໜ້າ​ອົງ​ການກວດ​ສອບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ