ທ່ານ​ສີ​ຈິ້ນ​ຜິງ​ສົນ​ທະ​ນາ​ກັບ​ທ່ານ​ປູ​ຕິນ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ທາງ​ໂທ​ລະ​ສັບ
2018-03-20 10:13:33  cri 
ວັນ​ທີ 19 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົນ​ທະ​ນາ​ກັບ​ທ່ານວາ​ລະ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຜ່ານ​ທາງ​ໂທ​ລະ​ສັບ.

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຊົມ​ເຊີຍ​​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ທີ່​ໄດ້​ຈັດ​ຂຶ້ນ​​ຢ່າງ​ສຳ​ເລັດ​ຜົນ ທັງ​ຊົມ​ເຊີຍ​ທ່ານ​ປູ​ຕິນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອີກວາ​ລະ​ໜຶ່ງ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ປັດ​ຈຸ​ບັນ, ຈີນ​ແລະ​ຣັດ​ເຊຍ​ລ້ວນ​ແຕ່​ຢູ່​ໃນ​ໄລ​ຍະ​ຂໍ​ກະ​ແຈ​ທີ່​ພັດ​ທະ​ນາ​ປະ​ເທດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ. ປີ​ນີ້​ເປັນ​ປີ​ທຳ​ອິດ​ທີ່​ຈີນ​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ ທັງ​ເປັນ​ປີ​ຄົບ​ຮອບ 40 ປີ​ຂອງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ. ທຽບ​ໃສ່​ທຸກ​ປີ​ຜ່ານ​ມາ, ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ປີ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນຫຼາຍກວ່າ​ເກົ່າ, ເຊິ່ງນອກ​ຈາກ​ໄດ້​ເລືອກ​ຕັ້ງ​ການ​ນຳ​ອົງ​ການ​ຈັດ​ຕັ້ງ​ຂອງ​ລັດ​ຖະ​ບານ​ແລະ​ການ​ນຳ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຊຸດ​ໃໝ່​ແລ້ວ, ຍັງ​ໄດ້​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຍັດ​ຕິ​ສຳ​ຄັນ​ຕ່າງໆ​ເຊັ່ນ ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ປັບ​ປຸງ,ຮ່າງ​ກົດ​ໝາຍກວດ​ກາ​ແຫ່ງ​ລັດ​ແລະ​ອື່ນໆ ທັງ​ໄດ້​ເລີ່ມ​ຕົ້ນ​ການ​ປະ​ຕິ​ຮູບ​ກົງ​ຈັກ​ລັດ​ຖະ​ບານ​ຮອບ​ໃໝ່. ທັງ​ນີ້​ມີ​ຜົນ​ດີ​ຕໍ່​ການ​ສາ​ມັກ​ຄີ​ແລະ​ລະ​ດົມ​ປະ​ຊາ​ຊົນ​ທົ່ວ​ທັງ​ຊາດ​ສູ້​ຊົນ​ເພື່ອ​ເຮັດ​ໃຫ້​ຄວາມ​ຝັນ​ຂອງ​ຈີນ​ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ. ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ໂດຍ​ໄດ້​ສະ​ເໜີ​ແນວ​ຄິດ​ສຳ​ຄັນ​ຕ່າ​ງໆ​ເປັນ​ຕົ້ນ​ການ​ສ້າງ​ສາ​ປະ​ເທດ​ຣັດ​ເຊຍ, ປັບ​ປຸ​ງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ, ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາ​ດ​ເຕັກ​ໂນ​ໂລ​ຊີ​ແລະ​ອື່ນໆ, ຂ້າ​ພະ​ເຈົ້າ​ເຫັນ​ດີ​ເຫັນ​ພ້ອມ​ທີ່​ສຸດ ແລະ​ເຊື່ອ​ໝັ້ນ​ວ່າ ສອງ​ປະ​ເທດພວກ​ເຮົາ​ຈະ​ສາ​ມາດ​ກ້າວ​ເດີນ​ໄປ​ຕາມ​ເສັ້ນ​ທາງ​ຂອງ​ຕົນ​ຕາມ​ທິດ​ທາງ​ທີ່​ກຳ​ນົດ​ໄວ້​ຢ່າງ​ເດັດ​ດ່ຽວ ແລະ​ປະ​ສົບ​ຜົນ​ສຳ​ເລັດ​ໃໝ່​ທີ່​ໃຫຍ່ຫຼວງກວ່າ​ເກົ່າ. 

ທ່ານ​ປູ​ຕິນ​ໄດ້​ຊົມ​ເຊີຍ​ອີກ​ຄັ້ງ​ໃໝ່​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ​ອີກວາ​ລະ​ໜຶ່ງ ທັງ​ຢືນ​ຢັນ​ວ່າ ​ຂໍ້ຕົກ​ລົງ​ຕ່າງໆ​​​ທີ່ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຕັດ​ສິນ​ເທື່ອ​ນີ້​ມີ​ຄວາມ​ຖືກ​ຕ້ອງ​ທີ່​ສຸດ​ເຊິ່ງ​ ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ຈີນ​ຢ່າງ​ແນ່ນອນ ແລະ​ຣັດ​ເຊຍ​ຊົມ​ເຊີຍ​ທັງ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ຂໍ້​ຕົກ​ລົງ​ເຫຼົ່າ​ນີ້. ຣັດ​ເຊຍ​​ທະ​ນຸ​ຖະ​ໜອມ​ມິດ​ຕະ​ພາບ​ກັບ​ຈີນ​ແລະ​ຍິນ​ດີ​​ຮ່ວມ​ກັບ​ຈີນຮັດ​ແໜ້ນ​ການ​ໄປ​ມາ​ຫາ​ສູ່​ກັນ​​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​, ລົງ​ເລິກ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ແໜ້ນ​ແຟ້ນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ