ຈະ​ຫຼວດສົ່ງ​ຍານສາງ​ເຈິ່ງ 5 B ຈະ​ຍິງຂຶ້ນ​ສູ່​ອະ​ວະ​ກາດ​ຄັ້ງ​ທຳ​ອິດ​ໃນ​ເດືອນ​ມິ​ຖຸ​ນາ​ປີ 2019
2018-03-20 16:21:33  cri 
​ກຸ່ມບໍ​ລິ​ສດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ການ​ບິນ​ອະ​ວະ​ກາດ​ຈຳ​ກັດຈີນ​​ເປີດ​ເຜີຍ​ໃນ​ຕອນ​ຄ່ຳ​ວັນ​ທີ 19 ມີ​ນາ​ນີ້​ວ່າ, ຈີນ​ຈະ​ຍິງ​ສົ່ງຈະ​ຫຼວດ​ສົ່ງ​ຍານ​ສາງ​ເຈິ່ງ 5 B ຄັ້ງ​ທຳ​ອິດ​​ປະ​ມານ​ເດືອນ​ມິ​ຖຸ​ນາ​ປີ 2019. ຈະ​ຫຼວດ​ສົ່ງ​ຍານ​ແມ່ນ​ກຸ່ມ​ບໍ​ລິ​ສັດ​ດັ່ງ​ກ່າວ​ເປັນ​ຜູ້ວາງ​ແຜນ​ລວມ​ໃນ​ການຄົ້ນ​ຄວ້າ​ຜະ​ລິດບົນ​ພື້ນ​ຖານ​ເຕັກ​ນິກ​ຂອງ​ຈະ​ຫຼວດ​ສົ່ງ​ຍານ​ສາງ​ເຈິ່ງ 5, ຈະ​ໃຊ້​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ສົ່ງ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ເປັນ​ພິ​ເສດ, ແລະ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະຄົ້ນ​ຄວ້າ​ອອກ​ແບບ​ຜະ​ລິດ​ແລະ​ທົດ​ລອງ​ໃນ​ຫວ່າງ​ມໍ່ໆ​ມ​າ​ນີ້.

​ຂັ້ນ​ຕອນ​ທີ​ສາມ​ຂອງ​ໂຄງ​ການ​ການ​ບິນ​ອະ​ວະ​ກາດ​ທີ່​ບັນ​ທຸກ​ຄົນ​ຂອງ​ຈີນ​ແມ່ນ​ໂຄງ​ການ​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ, ປີ​ນີ້​ແມ່ນ​ປີ​​ສຳ​ຄັນ​ຢ່າງ​ຍິ່ງ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ຂັ້ນ​ຕອນ​ທີສາມ, ຈະ​ຫຼວດ​ສົ່ງ​ຍານ​ສາງ​ເຈິ່ງ 5 B ທີ່​ຄົ້ນ​ຄວ້າ​ຜະ​ລິດ​ເພື່ອ​​ສ້າງ​ສະ​ຖາ​ນີ​ອະ​ວ​ະ​ກາດ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຄົ້ນ​ຄວ້າ​ອອກ​ແບບ​ຜະ​ລິດ​ແລະທົດ​ລອງ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ຫ້ອງ​ໃຈ​ກາງ​ຂອງ​ສະ​ຖາ​ນີ​ອະ​ວະ​ກາດ​ຈະ​ປະ​ກອບ​ເຂົ້າ​ກັນ​ໃນ​ໄວໆ​ນີ້, ການ​ທົດ​ລອງ​ປະ​ສົມ​ຢູ່​​ພາກ​ພື້ນດິນ​ທີ່​ກ່ຽວ​ຂ້ອງ​ກໍ​ຈະ​ເລີ່ມ​ດຳ​ເນີນ​ໄປ​ເທື່ອ​ລະ​ກ້າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ