ຜູ້​ຊ່ຽວ​ຊານ​ດ້ານ​ບັນ​ຫາ​ໄຕ້​ຫວັນ​ກ່າວ​ວ່າ: ອາ​ເມ​ລິ​ກາ​ເຊັນ "ຍັດ​ຕິ​ກົດ​ໝາຍ​ກ່ຽວ​ກັບ​ການ​ໄປ​ມາ​ຫາ​ສູ່​ກັບ​ໄຕ້​ຫວັນ" ເປັນ​ກາ​ນ​ຍຸ​ຍົງ​ ​ "ແບ່ງ​ແຍກໄຕ້​ຫວັນ​ໃຫ້​ເປັນ​ເອ​ກະ​ລາດ"
2018-03-20 15:55:13  cri 
    ແນ​ໃສ່​ກໍ​ລະ​ນີ​ທີ່ອາ​ເມ​ລິ​ກາ​ເຊັນ "ຍັດ​ຕິ​ກົດ​ໝາຍ​ກ່ຽວ​ກັບ​ການ​ໄປ​ມາ​ຫາ​ສູ່​ກັບ​ໄຕ້​ຫວັນ", ທ່ານ ລິວ​ຊ່ຽງ​ພິງ ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ໄຕ້​ຫວັນ​ມະ​ຫາ​ວິ​ທະ​ຍາ​ໄລ​ນານ​ກິ່ງ ເຫັນ​ວ່າ, ພາຍ​ໃຕ້​ສະ​ພາບ​ການ​ປັດ​ຈຸ​ບັນ​ທີ່​ທາງ​ການ​ໄຕ້​ຫວັນ​ຂອງ​ພັກກ້າວ​ໜ້າ​ປະ​ຊາ​ທິ​ປະ​ໄຕ ບໍ່​ຮັບ​ຮູ້ "ຄວາມ​ເປັນ​ເອ​ກະ​ພາບ​ກັນໃນ​ປີ 1992" ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ເນື້ອ​ໃນຫຼັກ​ການ​ປະ​ເທດ​ຈີນ​ດຽວ ແລະ ສະ​ຖາ​ນະ​ການ​ການ​ພົວ​ພັນ​ການ​ເມືອງ​ລະ​ຫວ່າງ​ສອງ​ຝັ່ງ​ເຄັ່ງ​ຕຶງຫຼາຍນັ້ນ, ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ໃຊ້ "ຍັດ​ຕິ​ກົດ​ໝາຍ​ກ່ຽວ​ກັບ​ການ​ໄປ​ມາ​ຫາ​ສູ່​ກັບ​ໄຕ້​ຫວັນ" ທັງ​ນີ້ເປັນ​ກາ​ນ​ຍຸ​ຍົງ​ແລະ​ປ່ອຍ​ໄປ​ຕາມ​ໃຈ​ຕໍ່​ອິດ​ທິ​ກຳ​ລັງ​ "ແບ່ງ​ແຍກໄຕ້​ຫວັນ​ໃຫ້​ເປັນ​ເອ​ກະ​ລາດ", ເຊິ່ງ​ໄດ້​ເພີ່ມ​ຄວາມ​ກັງ​ວົນ​ໃຈທີ່​ເຮັດ​ໃຫ້​ປະ​ຊາ​ຊົນ​ບໍ່​ມີ​ຄວາມ​ສະ​ຫງົບ​ທາງ​ຈິດ​ໃຈ​ຕໍ່​ກ​ານ​ພົວ​ພັນ​ສອງ​ຝັ່ງ ແລະ​ຍິ່ງ​ຈະ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຊ່ອງ​ແຄບ​ໄຕ້​ຫວັນ​ມີ​ຄວາມ​ປັ່ນ​ປ່ວນ​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ.

    ທ່ານ ລິວ​ຊ່ຽງ​ພິງ ເຫັນ​ວ່າ, ການ​ທີ່​ອາ​ເມ​ລິ​ກາ​ປະ​ກາດ​ໃຊ້​ຍັດ​ຕິ​ກົດ​ໝາຍ​ດັ່ງ​ກ່າວ ມີ​ຈຸດ​ປະ​ສົງ​ເພື່ອ​ນຳ​ໃຊ້​ບັນ​ຫາ​ໄຕ້​ຫວັນ​ມາ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ແລະ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຄືນ​ໃໝ່​ຂອງ​ຈີນ, ນີ້​ຄື​​ຄວາມໃຈ​ດຳ​ອຳ​ມະ​ຫິດ​ທີ່​ສຸດ ແຕ່​ບໍ່​ສາ​ມາດ​ບັນ​ລຸ​ຜົນ​ເປັນ​ຈິງ​ໄດ້. ບັນ​ຫາ​ໄຕ້​ຫວັນ ແມ່ນ​ເລື່ອງ​ພາຍ​ໃນ​ຂອງ​ຈີນ, ແມ່ນ​ຜົນ​ປະ​ໂຫຍດ​ໃຈ​ກາງ​ຂອງ​ຈີນ, ປະ​ຊາ​ຊົນ​ຈີນ​ມີ​​ສິດ​ຕັດ​ສິນ​ໃຈ​ແລະ​ມີ​ຄວາມ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ໄຕ້​ຫວັນ​ຢ່າງ​ເຖິງ​ຖອງ, ປະ​ເທດ​ໃດ​ກໍ​ຕາມ ລ້ວນ​ແຕ່​ບໍ່​ສາ​ມາດ​ບັງ​ຄັບ​ໃຫ້​ຈີນຍອມ​ຮັບ​ການ​ແບ່ງ​ແຍກ​ດິນ​ແດນ​ຂອງ​ຕົນ​ໄດ້​ຢ່າງ​ເດັດ​ຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ