ເປີດ​ເຜີຍເຄື່ອງໝາຍ​ວັນ​ຍີ່​​ຫໍ້​ຈີນຢ່າງ​ເປັນ​ທາງ​ການ
2018-03-21 16:14:42  cri 
ເພື່ອ​ສ້າງ​ພາບ​ລັກ​ວັນ​ຍີ່​ຫໍ້​ຈີນ,ເລັ່ງ​ລັດ​ຊຸກ​ຍູ້​ການ​ສ້າງ​ຍີ່​ຫໍ້,ເຄື່ອງ​ໝາຍ​ວັນ​ຍີ່​ຫໍ້​ຈີນ​ໄດ້​ເປີດເຜີຍ​ຢ່າງ​ເປັນ​ທາງ​ກາ​ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 21 ມີ​ນາ​ນີ້. ​ຜູ້​ຮັບ​ຜິດ​ຊອບ​ຄະ​ນະ​ກຳ​ມະ​ການ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ໃຫ້​ຮູ້​ວ່າ: ງານ​ວາງ​ສະ​ແດງ​ສິນ​ຄ້າ​ທີ່​ເປັນຍີ່​ຫໍ້ລື​ຊື່​ແລະ​ຜະ​ລິດ​ໂດຍ​​ຈີນ​ຄັ້ງ​ທຳ​ອິດ​ແລະ​ກອງ​ປະ​ຊຸມ​ເວ​ທີ​ປຶ​ກ​ສາ​ຫາ​ລື​ສາ​ກົນ​ການ​ພັດ​ທະ​ນາ​ຍີ່​ຫໍ້​ຈີນພາຍ​ໃຕ້​ຫົວ​ຂໍ້​ "ຍີ່​ຫໍ້​ຈີນ​ແລະ​ການ​ຊົມ​ໃຊ້​ຮ່ວມ​ກັນ​ກັບໂລກ" ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ​ໃນ​ວັນ​ທີ 1 ພຶດ​ສະ​ພາ​ປີ​ນີ້.

ຄະ​ນະ​ກຳ​ມະ​ການ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ແຈ້ງໃຫ້​ຮູ້​ວ່າ: ງານ​ວາງ​ສະ​ແດງ​ສິນ​ຄ້​າ​ທີ່​ເປັນ​ຍີ່​ຫໍ້​ລື​ຊື່​ທີ່​ຜະ​ລິດ​ໂດຍ​​ຈີນຈະ​ດຳ​ເນີນ​ເປັນ​ເວ​ລາ 3 ວັນ​ ໂດຍ​ຈະ​ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ຕົວ​ຈິງ​ດ້ານ​ການ​ພັດ​ທະ​ນາ​ຍີ່​ຫໍ້​ທີ່​ຜະ​ລິດ​ດ້ວຍ​ຕົນ​ເອງ​ໂດຍ​ລວມ,ສ້າງ​ທັດ​ສະ​ນະ​ຄະ​ຕິ​ດ້ານການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຍີ່​ຫໍ້ ແລະເພີ່ມ​ຄວາມ​ໝັ້ນ​ໃຈ​ດ້ານ​ການ​ພັດ​ທະ​ນາ​ຍີ່​ຫໍ້​ທີ່​ຜະ​ລິດ​ດ້ວຍ​ຕົນ​ເອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ