ທ່ານຫຼີ​ເຄີ້​ສຽງເປັນ​ປະ​ທານ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຂອງຄະ​ນະ​ລັດ​ຖະ​ບານ​ຈີນ​
2018-03-22 11:09:25  cri 
ວັນ​ທີ 21 ມີ​ນາ​ນີ້, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ເປັນ​ປະ​ທານກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນຂອງ​ຄະ​ນະ​ລັດ​ຖະ​ບານ​ໂດຍ​ກຳ​ນົດ​ການ​ແບ່ງ​ຄວາມ​ຮັບ​ຜິດ​ຊອບ​ທີ່​ສຳ​ຄັນ​ຂອງ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ ແລະ​ຈາກ​ນີ້,ຄະ​ນະ​ລັດ​ຖະ​ບານ​ຈີນ​ຊຸດ​ໃໝ່ໄດ້​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນຢ່າງ​ຮອບ​ດ້ານ.

ກອງ​ປະ​ຊຸມ​ໄດ້​ຈັດ​ແບ່ງ​ຄວາມ​ຮັບ​ຜິດ​ຊອບສຳ​ຄັນ 12 ດ້ານ​ຈຳ​ນວນ 57 ປະ​ການ ຕາມ​ທີ່​ລະ​ບຸ​ໄວ້​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ ໂດຍ​ຮຽກ​ຮ້ອງ​ໃຫ້​ທຸກ​ພາກ​ສ່ວນ,ທຸກ​ໜ່ວຍ​ງານ​ປະ​ຕິ​ບັດ​ໜ້າ​ທີ່​ຕຳ​ແໜ່ງ​ຕາມ​ກົດ​ໝາຍຢ່າງ​ດຸ​ໝັ່ນ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ, ສ້າງ​ຕັ້ງ​ລະ​ບຽບ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ໃຫ້​ເປັນ​ຮູບ​ປະ​ທຳ, ການ​ນຳ​ສູ​ງ​ສຸດ​ຕ້ອງ​ຮັບ​ຜິດ​ຊອບ​ລວມ​ດ້ວຍ​ຕົນ​ເອງ, ເລັ່ງ​ລັດ​ສ້າງແຜນ​ງານ​ຊຸກ​ຍູ້​​ວຽກ​ງານ​ສຳ​ຄັນ​ເພື່ອ​ຮັບ​ປະ​ກັນ​ໃຫ້​ທຸກ​​ວຽກ​ງານ​ຕ້ອງ​ມີ​ມາດ​ຕະ​ການ​ປະ​ຕິ​ບັດ,ມີ​ແຜນ​ການ​ດຳ​ເນີນ​ງານ,ມີ​ຄົນ​ຮັບ​ຜິດ​ຊອບ. ສຳ​ລັບ​ມາດ​ຕະ​ການ​ສຳ​ຄັນ​ທີ່​ຕະຫຼາດ​ແລະ​ປະ​ຊາ​ຊົນ​ຄາດ​ຫວັງ​ຢ່າງ​ຍິ່ງ​ນັ້ນ​ຕ້ອງ​ເລັ່ງ​ລັດ​ປະ​ກາດ​ໃຊ້, ເພີ່ມ​ທະ​ວີ​ການ​ຕິດ​ຕາ​ມກວດ​ກາ,ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ໃຫ້​ເປັນ​ຮູບ​ປະ​ທຳ​ແລະ​ມີ​ປະ​ສິດ​ທິ​ຜົນ, ຮັບ​ປະ​ກັນ​ເຮັດຫຼ້ອນ​ໜ້າ​ທີ່​ເປົ້າ​ໝາຍ​ສຳ​ຄັນ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປະ​ຈຳ​ປີ ເພື່ອ​ໃຫ້​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່​​ເລີ່ມ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ໜ້າ​ທີ່​ໄດ້​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ