ຈີນ​ຍົກ​ເລີກ​ຂໍ້​ຈຳ​ກັດ​ແລະ​ເປີດ​ຕະ​ຫຼາດ​ຕໍ່​ອົງ​ການ​ຕ່າງ​ປະ​ເທດ​ທີ່​ລົງ​ທຶນ​ດ້ານ​ການ​ຊຳ​ລະ​ເງິນ
2018-03-22 11:09:51  cri 
ຫວ່າງ​ມໍ່ໆ​ມາ​ນີ້, ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ​ໄດ້​ປະ​ກາດ​ແຈ້ງ​ການ ໂດຍ​ຈະຍົກ​ເລີກ​ຂໍ້​ຈຳ​ກັດ​ແລະ​ອະ​ນຸ​ມັດ​ໃຫ້​ອົງ​ການ​ຕ່າງ​ປະ​ເທດ​ທີ່​ລົງ​ທຶນ​ດ້ານ​ການ​ຊຳ​ລະ​ເງິນ​ສາ​ມາດ​ເຂົ້າ​ຕະ​ຫຼາດ​ປະ​ເທດ​ຕົນ ໂດຍ​ຜ່ານ​ການ​ປະ​ຕິ​ບັດ​ຕໍ່​ທຶນ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ຢ່າງ​ສະ​ເໝີ​ພາບ ໃຫ້​ມາດ​ຕະ​ຖານ​ຢ່າງ​ເປັນ​ເອ​ກະ​ພາບ​ໃນ​ການ​ອະ​ນຸ​ມັດ​ໃຫ້​ເຂົ້າ​ຕະ​ຫຼາດ​ແລະ​ການ​ຕິດ​ຕາມ​ຄຸ້ມ​ຄອງ. ໃນ​ຂັ້ນ​ຕອນ​ຕໍ່​ໄປ, ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ​ຈະ​ອະ​ນຸ​ມັດ​ການ​ຮ້ອງ​ຂໍ​ການ​ບໍ​ລິ​ການ​ຊຳ​ລະ​ເງິນ​ຂອງ​ອົງ​ການ​ຕ່າງ​ປະ​ເທດ​ທີ່​ລົງ​ທຶນ​ດ້ານ​ກາ​ນ​ຊຳ​ລະ​ເງິນ​ຕາມ​ຂັ້ນ​ຕອນ​ຂອງ​ລະ​ບຽບ​ການ.

ນັບແຕ່​ການ​ສ້າງ​ລະ​ບຽບ​ການ​ອະ​ນຸ​ມັດ​ການ​ບໍ​ລິ​ການ​ການ​ຊຳ​ລະ​ເງິນໃນ​ປີ 2010 ເປັນ​ຕົ້ນ​ມາ, ຕະ​ຫຼາດ​ການ​ບໍ​ລິ​ການ​ການ​ຊຳ​ລະ​ເງິນ​ຂອງ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ​ແຕ່​ປີ 2013 ຫາ​ປີ 2017, ປະ​ລິ​ມານ​​ໜ້າ​ວຽກ​ດ້ານ​ການ​ຊຳ​ລະ​​ເງິນຂອງ​ອົງ​ການ​​ບໍ​ລິ​ການ​ກາ​ນ​ຊຳ​ລະ​ເງິນ​ໄດ້ຈາກ 37.100.000.000 ລາຍ​ການ​ເພີ່ມ​ຂຶ້ນ​ເປັນ 319.300.000.000 ລາຍ​ການ, ມູນ​ຄ່າ​ການ​ຊຳ​ລະໄດ້​ຈາກ 18.000 ຕື້ຢວນ​ເພີ່ມ​ຂຶ້ນ​ເປັນ 169.000 ຕື້ຢວນ. ​ອົງ​ການ​ບໍ​ລິ​ການ​ການ​ຊຳ​ລະ​ຂະ​ໜາດ​ໃຫຍ່​ບາງ​ແຫ່ງ​ຍັງ​ພັດ​ທະ​ນາ​ທຸ​ລະ​ກິດ​ໄປ​ສູ່​ຕ່າງ​ປະ​ເທດ​ໂດຍ​ສະ​ໜອງ​ການ​ບໍ​ລິ​ການ​ຕໍ່​ລູກ​ຄ້າ​ທົ່ວ​ໂລກ. ຂະ​ນະ​ດຽວ​ກັນ, ກໍ່​ມີ​ອົງ​ການ​ຕ່າງ​ປະ​ເທດ​ນັບ​ມື້​ນັບ​ຫຼາຍ​ກ່າວ​ວ່າ​ຫວັງ​ວ່າ​ຈະ​ສາ​ມາດ​ເຂົ້າ​ສູ່​ຕະ​ຫຼາດ​ການ​ບໍ​ລິ​ການ​ກາ​ນ​ຊຳ​ລະ​ເງິນ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ