ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ຟິ​ລິບ​ປິນ​ພົບ​ປະ​ກັນທີ່​ນະ​ຄອນຫຼວງ​ປັກ​ກິ່ງ
2018-03-22 15:21:01  cri 
    ຕອນ​ບ່າຍ​ວັນ​ທີ 21 ມີ​ນານີ້ ຢູ່​ນະ​ຄອນຫຼວງ​ປັກກິ່ງ, ທ່ານ ວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ອາ​ລັນ ຄາ​ຢາ​ທາ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟິ​ລິ​ບ​ປິນທີ່​ມາ​ຢ້ຽມ​ຢາມ​ຈີນ. ສອງ​ຝ່າຍ​ກ່າວ​ເນັ້ນ​ວ່າ, ປັດ​ຈຸ​ບັນ, ການ​ພົວ​ພັນ​ຈີນ-ຟິ​ລິບ​ປິນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ທີ່​ດີ​ທີ່​ສຸດ​ໃນ​ຊຸມ​ປີ​ຜ່ານ​ມາ, ຝ່າຍ​ຕ່າງໆ​ຄວນ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ​ໃນ​ທຸກ​ຂົງ​ເຂດ, ຕັ້ງ​ໜ້າ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ແລະ​ການ​ຮ່ວມ​ມື​ທາງ​ທະ​ເລ ແລະ ຊຸກ​ຍູ້ການ​ພົວ​ພັນ​ສອງ​ຝ່າຍ​ໃຫ້​ຂະ​ຫຍາຍ​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດຢັ້ງ.

    ທ່ານ ຄາ​ຢາ​ທາ​ໂນ ແມ່ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຜູ້​ທຳ​ອິດ​ທີ່​ມາ​ຢ້ຽມ​ຢາມ​ຈີນ​ພາຍຫຼັງ​ຈີນ​ສ້າງ​ຕັ້ງ​ລັດ​ຖະ​ບານ​ຊຸດ​ໃໝ່. ກ່ອນ​ພົບ​ປະ​ເຈ​ລະ​ຈາໃນ​ມື້​ດັ່ງ​ກ່າວ, ທ່ານ ຄາ​ຢາ​ທາ​ໂນ ໄດ້​ຝາກ​ຈົດ​ໝາຍ​ຊົມ​ເຊີຍ​ຂອງ​ທ່ານ ໂຣ​ດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນໄປ​ຍັງ​ທ່ານປະ​ທານ ສີ​ຈິ້ນ​ຜິງ ໃຫ້​ທ່ານ ວາງຢີ້ ທີ່​ຫາ​ກໍ​ດຳ​ລົງ​ຕຳ​ແໜ່ງ​ທີ່​ປຶກ​ສາ​ແຫ່ງ​ລັດ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ, ທັງ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຈີນ​ໄຂ​ກອງ​ປະ​ຊຸມ​ສອງ​ສະ​ພາ​ຢ່າງ​ສຳ​ເລັດ​ຜົນ.

    ທ່ານ ຄາ​ຢາ​ທາ​ໂນ ກ່າວ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ຜູ້​ນຳ​ສອງ​ຝ່າຍ, ສາຍ​ພົວ​ພັນ​ຟິ​ລິບ​ປິນ-ຈີນ​ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ໃຫຍ່ຫຼວງ​ໃນ​ຊຸມ​ປີ​ຜ່ານ​ມາ. ລັດ​ຖະ​ບານ​ຕົນ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ພົວ​ພັນ​ຟິ​ລິບ​ປິນ-ຈີ​ນ, ສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຂອງ​ຈີນ. ຄຽງ​ຄູ່​ກັບ​ການ​ພົວ​ພັນ​ສອງ​ປະ​ເທດ​ກ້າວ​ສູ່​ລວງ​ເລິກ​ຢ່າງ​ຕໍ່​ເນື່ອງ, ປະ​ເທດ​ຕົນ​ຍິນ​ດີ​ຮັດ​ແໜ້ນ​ການ​ຮ່ວມ​ມື​ກັບ​ຈີນ ແລະ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ.

    ທ່ານ ວາງຢີ້ ກ່າວ​ວ່າ, ປັດ​ຈຸ​ບັນ, ການ​ພົວ​ພັນ​ຈີນ-ຟິ​ລິບ​ປິນ ໄດ້​ເຂົ້າ​ສູ່​ໄລ​ຍະ​ທີ່​ດີ​ທີ່​ສຸດ​ໃນ​ຊຸມ​ປີ​ຜ່ານ​ມາ. ການ​ໄປ​ມາ​ຫ​າ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຂຶ້ນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄດ້​ເພີ່ມ​ທະ​ວີ​ຢ່າງ​ຕໍ່​ເນື່ອງ, ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ເຊິ່ງ​ລວມ​ທັງ​ເສດ​ຖະ​ກິດ​ການ​ຄ້າ ໄດ້​ຮັບ​ການ​ຟື້ນ​ຟູ​ແລະ​ຂະ​ຫຍາຍ​ຕົວ ເຊິ່ງ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ໃຫ້​ແກ່​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ.

    ໃນ​ມື້​ດຽວ​ກັນ, ທ່ານ ວາງຢີ້ ແລະ​ທ່ານ ຄາ​ຢາ​ທາ​ໂນ ຍັງ​ໄດ້​ປຶກ​ສາ​ຫາ​ລື​ບັນ​ຫາ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕື່ມ​ອີກ. ທ່ານ ວາງຢີ້ ກ່າວ​ວ່າ​, ການ​ທີ່​ແກ້​ໄຂ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ຜ່ານ​ການ​ສົນ​ທະ​ນາ​ແລະ​ປຶກ​ສາ​ຫາ​ລື​ຢ່າງ​ເໝາະ​ສົມ, ປົກ​ປັກ​ຮັກ​ສາ​ພາກ​ສ່ວນ​ລວມ​ຂອງ​ການ​ພົວ​ພັນ​ສອງ​ປະ​ເທດ​ຢ່າງ​ແຂງ​ແຮງ ແລະ​ສ້າງ​ບັນ​ຍາ​ກາດ​ທີ່​ດີ​ເພື່ອ​ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດນັ້ນ ແມ່ນ​ບົດ​ຮຽນ​ທີ່​ສຳ​ຄັນ​ທີ່​ສຸດ​ຂໍ້​ໜຶ່ງ​ໃນ​ການ​ພົວ​ພັນ​ຈີນ-ຟິ​ລິບ​ປິນ​ໃນ​ຊຸມ​ປີ​ຜ່ານ​ມາ, ຕໍ່​ເລື່ອງນີ້, ສອງ​ຝ່າຍ​ລ້ວນ​ແຕ່​ເຫັນ​ດີ​ສື​ບ​ຕໍ່​ຍຶດ​ໝັ້ນ​ແລະ​ປົກ​ປັກ​ຮັກ​ສາ. ນອກນີ້, ສອງ​ຝ່າຍ​ຍັງ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ຊຸກ​ຍູ້ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ, ການ​ສົນ​ທະ​ນາ​ທາງ​ທະ​ເລ, ການ​ຫັນ​ພາກ​ພື້ນ​ເປັນໜຶ່ງ​ດຽວ ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ