ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ 5G ຢູ່​ແຖວ​ໜ້າ​ຂອງ​ໂລກ
2018-03-22 15:22:47  cri 
    ວັນ​ທີ 21 ມີ​ນານີ້, ທ່ານ ເຊີນ​ຈ້າວ​ຊົງ ຮອງ​ລັດ​ຖະ​ມົນ​ຕີກ​ະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ຂໍ້​ມູນ​ຂ່າວ​ສານ​ຈີນ​ກ່າວ​ວ່າ, ໃນ​ດ້ານ​ການ​ເລັ່ງ​ລັດ​ພັດ​ທະ​ນາ​ການ​ນຳ​ໃຊ້​ເຕັກ​ນິກ, ຈີນ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ຂ້າມ​ຂະ​ແໜງ​ການ, ຊຸກ​ຍູ້​ໃຫ້​ 5G ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ຕົວ​ຈິງ​ຢ່າງ​ເລິກ​ເຊິ່ງ, ປະ​ດິ​ດ​ສ້າງ​ການ​ນຳ​ໃຊ້​ໃໝ່​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ລະ​ຫວ່າງ 5G ກັບ​ຄົມ​ມະ​ນາ​ຄົມ, ການ​ປິ່ນ​ປົວ​ພະ​ຍາດ, ສິ່ງ​ແວດ​ລ້ອມ ແລະ​ຂົງ​ເຂດ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ອື່ນໆ.

    ປັດ​ຈຸ​ບັນ, ການ​ພັດ​ທະ​ນາ​ເຕັກ​ນິກ 5G ໃນ​ທົ່ວ​ໂລກ​ພວມ​ຢູ່​ໃນ​ໄລ​ຍະ​ສຳ​ຄັນ​ທີ່​ຈະ​ພັດ​ທະ​ນາ​ໃຫ້ໄວ​ຂຶ້ນກວ່​າ​ເກົ່າ, ​ແລະບໍ​ລິ​ສັດ​ໂທ​ລະ​ຄົມ​ຕ່າງ​ປະ​ເທດ​ຫຼາຍ​ແຫ່ງ ​ກຳ​ລັງ​ສຸມ​ໃສ່​ຈັດ​ວາງ​ການ​ນຳ​ໃຊ້ 5G ໃນ​ທາງ​ທຸ​ລະ​ກິດ​ໃຫ້​ໄວ​ຂຶ້ນ. ພາຍ​ໃຕ້​ເບື້ອງຫຼັງ​ດັ່ງ​ກ່າວ, ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ 5G ຂອງ​ຈີນ ຈຶ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈຫຼາຍ​ຈາກ​ພາຍນອກ.

    ທ່ານ ເຊີນ​ຈ້າວ​ຊົງ ກ່າວ​ຕື່ມ​ວ່າ, ໃນ​ຖາ​ນະ​ເປັນ​ທິດ​ທາງ​ຕົ້ນ​ຕໍ​ຂອງ​ເຕັກ​ນິກ​ໂທ​ລະ​ຄົມ​ເຄື່ອນ​ທີ່​ລຸ້ນ​ໃໝ່, 5G ຈະ​ເພີ່ມ​ທະ​ວີ​ບົດ​ບາດ​ອິນ​ເຕີ​ເນັດ​ເຄື່ອນ​ທີ່​ບົນ​ພື້ນ​ຖານ 4G, ທັງ​ຈະ​ເພີ່ມ​ບົດ​ບາດ​ເຄືອ​ຂ່າຍ​ສິ່ງ​ຂອງຂຶ້ນ​ຕື່ມ ແລະ​ຈະເປັນ​ການ​ເປີດ​ໄລ​ຍະ​ໃໝ່​ທີ່​ທຸກ​ສິ່ງ​ທຸກ​ຢ່າງ​ເຊື່ອມ​ຕໍ່​ກັນ, ເຊື່ອມ​ໂຍງ​ເຂົ້າ​ກັນ​ຢ່າງ​ເລິກ​ເຊິ່ງ ແລະ​ພາ​ໃຫ້​ມີ​ການ​ປະ​ຕິ​ຮູບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ