ຈີນ​ຫວັງ​ໃຫ້​ຍີ່​ປຸ່ນ​​ໃຊ້​ການ​ກະ​ທຳ​ຕົວ​ຈິງ​ເພື່ອ​​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່ປະ​ເທດ​ໃກ້​ຄ​ຽງ​ໃນ​ອາ​ຊີ​ກໍ​ຄື​ປະ​ຊາ​ຄົມ​ໂລ​ກ
2018-03-23 10:24:10  cri 
ໃນ​ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຕາມ​ປົກ​ກະ​ຕິ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ, ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ ຈີນ​ຫວັງ​ໃຫ້​ຍີ່​ປຸ່ນຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ໃຊ້​ການ​ກະ​ທຳ​ຕົວ​ຈິງ​ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນໃຫ້​ແກ່ປະ​ເທດ​ໃກ້​ຄຽງ​ໃນ​ອາ​ຊີ​ກໍ​ຄື​ປະ​ຊາ​ຄົມ​ໂລກ.

ຕາມ​ຂ່າວ​ແຈ້ງວ່າ: ​ຫວ່າງ​ບໍ່​ດົນ​ມາ​ນີ້,ພັກ​ຈີ​ມິນ​ຍີ່​ປຸ່ນໄດ້​ຄົ້ນ​ຄວ້າແລະ​ຫາ​ລື​ການ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ​ໂດຍ​ສະ​ເພາະ​ຈະ​ດັດ​ແກ້​ມາດ​ຕາ​ທີ 9 ແລະ​ອາດ​ຈະ​​ວາງແຜນ​ການ​ທາງ​ຫຼັກ​ການ​ໃນ​ໄລ​ຍະ​ໃກ້ໆ​ນີ້.ຕໍ່​ການ​ລາຍ​ງານ​ຂ່າວ​ດັ່ງ​ກ່າວ, ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ​ກ່າວ​ວ່າ​ວ່າ: "ເວົ້າ​​ຕາມ​ຄວາມ​ຈິງ​ແລ້ວ, ​ເຖິງວ່າຍີ່​ປຸ່ນ​ຈະ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ​ແນວ​ໃດ​​ກໍ​ຕາມມັນ​​ກໍເປັນ​ວຽກ​ງານ​ພາຍ​ໃນ​ຂອງ​ຍີ່​ປຸ່ນ​. ແຕ່​ເນື່ອງ​ຈາກ​ສາ​ເຫດ​ໃນ​ປະ​ຫວັດ​ສາດ​ແລະ​ສາ​ເຫດ​ທີ່​ໃຜໆ​ກໍ​ສາ​ມາດ​ເຂົ້າ​ໃຈ​ໄດ້​ນັ້ນ, ບັນ​ຫາ​ກ່ຽວ​ກັບ​ຍີ່​ປຸ່ນ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ​ສັນ​ຕິ​ພາບ​ນັ້ນ​ໄດ້​ຮັບ​ຄວາມ​ສົນ​ໃຈຢ່າງ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ​ກໍ​ຄື​ປະ​ເທດ​ໃກ້​ຄຽງ​ໃນ​ອາ​ຊີ, ບວກ​ກັບ​ໃນ​ຊຸມ​ປີ​ຜ່ານ​ມາ​ນີ້, ມີ​ຄົນ​ຈຳ​ນວນ​ໜຶ່ງ​ພາຍ​ໃນ​ປະ​ເທດ​ຍີ່​ປຸ່ນ​ໄດ້​ສ້າງ​ຂໍ້​ອ້າງ​ໃນ​ການ​ເປີດກວ້າງ​ການ​ຜະ​ລິດ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ດ້ວຍ​ການ​ໂຄ​ສະ​ນາ​ເກີນ​ຄວາມ​ຈິງ​ກ່ຽວ​ກັບ​ໄພ​ຂົ່ມ​ຂູ່​ຕ່າງໆ, ຈີນ​ຫວັງ​ໃຫ້​ຍີ່​ປຸ່ນຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ໃຊ້​ການ​ກະ​ທຳ​ຕົວ​ຈິງ​ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນໃຫ້​ແກ່ປະ​ເທດ​ໃກ້​ຄຽງ​ໃນ​ອາ​ຊີ​ກໍ​ຄື​ປະ​ຊາ​ຄົມ​ໂລກ. ຂະ​ນະ​ດຽວ​ກັນ​ກໍ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ຍີ່​ປຸ່ນ​ກັບ​ປະ​ເທດ​ໃກ້​ຄຽງ​ອື່ນໆ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ