ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອ​າ​ເມ​ລິ​ກາ​ກ່າວ​ວ່າ​ຈີນ​ກຳ​ລັງ​ພິ​ຈາ​ລະ​ນາທຸກວິ​ທີ​ເພື່ອ​ປົກ​ປ້ອງສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບດ້ວຍ​ກົດ​ໝາຍຂອງ​ຕົນ
2018-03-24 15:40:17  cri 

ຕາມ​ຂ່າວCRI:ວັນ​ທີ 23 ມີ​ນາ​ນີ້, ທ່ານ​ຊຸຍ ທຽນ ຂາຍ, ເອກ​ອັ​ກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ເມ​ລິ​ກາ​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ສະ​ຖາ​ນີ​ໂທ​ລະ​ພາບບຼູມ​ເບີກຂອງ​ອາ​ເມ​ລິ​ກາ​ວ່າ, ໂດຍ​ແນ​ໃສ່ເລື່ອງ​ທີ່​ອາ​ເມ​ລິ​ກາ​ປະ​ກາດ​ຜົນ​ການ​ສຳ​ຫຼວດ​ມາດ​ຕາ 301 ຕໍ່​ຈີນ​ແລະ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຈຳ​ກັດ​ຕໍ່​ຈີນ, ຈີນ​ກຳ​ລັງ​ພິ​ຈາ​ລະ​ນາ​ທຸກວິ​ທີ, ຈະ​ນຳ​ໃຊ້​ມາດ​ຕະ​ການ​ທີ່​ມີ​ຄວາມ​ຈຳ​ເປັນ​ທັງ​ໝົດ​ເພື່ອ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍກົດ​ໝາຍ​ຂອງ​ຈີນ.


ທ່ານ​​ຊຸ່ຍ ທ່ຽນ ຂາຍ​ກ່າວ​ວ່າ, ຈີນ​ບໍ່​ແມ່ນ​ແຫຼ່ງ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ເຫຼັກ​ກ້າ​ແລະອະລູ​ມີ​ນຽມ​ໃຫຍ່​ທີ່​ສຸດ​ຂອງ​ອາ​ເມ​ລິ​ກາ, ຜະ​ລິດ​ຕະ​ພັນ​ເຫຼັກ​ກ້າ​ແລະ​ອະ​ລູ​ມີ​ນຽມ​ຂອງ​ຈີນ​ທີ່​ສົ່ງ​ອອກ​ໄປຂາຍ​ຢູ່​ອາ​ເມ​ລິ​ກາ​ພຽງ​ແຕ່ກວມ​ສ່ວນ​ໜ້ອຍ​ດ້ານ​ໃນມູນ​ຄ່າ​ນຳ​ເຂົ້າ​ຂອງ​ອາ​ເມ​ລິ​ກາ. ​ຫຼາຍ​ປະ​ເທ​ດ​ມີ​ບັນ​ຫາ​ທີ່ກຳ​ລັງ​ການ​ຜະ​ລິດ​ເກີນ​ຄວາມ​ຕ້ອງ​ການ​, ການ​ລົບ​ລ້າງ​ກຳ​ລັງ​ການຜະ​ລິດ​ທີ່​ເກີນ​ຄວາມ​ຕ້ອງ​ການຕ້ອງໃຫ້​ທຸກ​ຝ່າຍ​ພະ​ຍາ​ຍາມ​​ຮ່ວມ​ກັນ, ແຕ່​ບໍ່​ຄວນ​ແນ​ໃສ່​ຈີນ​ປະ​ເທດ​ດຽວ. ທີ່​ຈິງ​ແລ້ວ, ໃນ​ຫຼາຍ​ປີ​ຜ່ານ​ມາ​ນີ້, ຈີນ​ໄດ້ລົບ​ລ້າງ​ກຳ​ລັງ​ການ​ຜະ​ລິດ​ທີ່​ເກີນ​ຄວາມ​ຕ້ອງ​ການຢ່າງ​ຫຼວງ​ຫຼາຍ, ປະ​ເທດ​ອື່ນໆກໍ່​ຄວນ​ເຮັດ​​ແນວ​ນີ້​ຄື​ກັນ. ຈີນ​ໄດ້​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ມາ​ໂດຍ​ຕະ​ຫຼອດ, ບໍ່​ຢາກ​ເຫັນ​ລະ​ບົບ​ນີ້​ໄດ້​ຖືກການ​ທຳ​ລາຍ.

ກ່ຽວ​ກັບ​ການ​ຈຳ​ກັດ​ການ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ຈີນ​ຢູ່​ອາ​ເມ​ລິ​ກາ, ທ່ານ​ຊຸ່ຍ ທ່ຽນ ຂາຍ​ກ່າວ​ວ່າ, ການ​ກະ​ທຳ​ແບບນີ້​ບໍ່​ມີ​ຄວາມ​ໝາຍ​ໃດໆ​ໃນດ້ານ​ເສດ​ຖະ​ກິດ​ແລະ​ການ​ເມືອງ, ໃນ​ທີ່​ສຸດ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ຜົນ​ປະ​ໂຫຍດ​ຂອງ​ລັດ, ​ນະ​ຄອນແລະ​ເມືອງ​ຕ່າງໆ​ຂອງ​ອາ​ເມ​ລິ​ກາ, ເຮັດ​ໃຫ້​ໂອ​ກາດ​ການ​ປະ​ກອບ​ອາ​ຊີບ​ຂອງ​ປະ​ຊາ​ຊົນ​ໜ້ອຍ​ລົງ, ສຸດ​ທ້າຍ​ຈະ​ທຳ​ລາຍ​ເສດ​ຖະ​ກິດ​ກວມລວມ​ຂອງ​ອາ​ເມ​ລິ​ກາ, ເຊິ່ງ​ບໍ່​ມີ​ຜົນ​ດີ​ຕໍ່​ທຸກ​ຄົນ. ທ່ານ​ຊຸ່ຍ ທ່ຽນ ຂາຍ​ຍັງ​ກ່າວ​ຕື່ມວ່າຈີນ​ບໍ່​ຢາກ​ກໍ່​ສົງ​ຄາມ​ການ​ຄ້າ​ກັບ​ຝ່າຍ​ໃດໆ, ແລະ​ກຳ​ລັງພະ​ຍາ​ຍາມ​ຫຼີກ​ເວັ້ນ​​ສົງ​ຄາມ​ການ​ຄ້າ. ແຕ່​ຖ້າ​ວ່າ​ມີ​ຜູ້​ໃດ​ຊູ​ຊີ​ເຮັດ, ຈີນ​ຈະ​ຕອບ​ໂຕ້​ຢ່າງເດັດ​ດ່ຽວ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ