ຈັດ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ຈີນ 2018
2018-03-25 16:12:59  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ຈີນ​ທີ່​ຈັດ​ໂດຍ​ສູນ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາ​ຂອງ​ລັດ​ຖະ​ບານ​ຈີນ ແລະ​ກອງ​ທຶນ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາ​ຈີນ​ໄດ້​ເລີ່ມ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ແຕ່​ວັນ​ທີ 24-26 ມີ​ນານີ້ ເຊິ່ງ​ຫົວ​ຂໍ້​ຫຼັກ​ຂອງ​ປີນີ້​ແມ່ນ: ຈີນ​ໃນ​ຍຸກ​ໃໝ່.

ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 25ນີ້ ທ່ານ​ຫຼີ​ເວີຍ ຫົວ​ໜ້າ​ສູນ​ຄົ້ນ​ຄວ້າ​ການ​ພັດ​ທ​ະ​ນາ​ຂອງ​ລັດ​ຖະ​ບານ​ຈີນ ປະ​ທານ​ເວ​ທີ​ປຶກ​ສາ​ຫາ​ລືໄດ້​ປະ​ກອບ​ຄຳ​ເຫັນ ໂດຍ​ກ່າວ​ວ່າ, ປີ 2018 ຈີນ​ໄດ້​ເລີ່ມ​ຂະ​ບວນ​ວິ​ວັດ​ອັນ​ໃໝ່​ແຫ່ງ​ການ​ສ້າງ​ສາ​ທັນ​ສະ​ໄໝ​ຮອບ​ດ້ານ. ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ​ແມ່ນຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພື້ນ​ຖານ​ໃນ​ການ​ກຳ​ນົດ​ແນວ​ຄິດ​ການ​ພັດ​ທ​ະ​ນາ, ສ້າງ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ແລະ​ດຳ​ເນີນ​ການ​ຄຸ້ມ​ຄອງ​ດ້ານ​ມະ​ຫາ​ພາກ​ໃນ​ປັດ​ຈຸ​ບັນ​ກໍ່​ຄື​ໄລ​ຍະ​ໜຶ່ງ​ໃນ​ຂ້າງ​ໜ້ານີ້.

ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ, ທ່ານ​ດີ​ມູ ຄູ​ເກີ ປະ​ທານ​ບໍ​ລິ​ສັດ​ເອ​ໂພ ປ​ທານ​ຝ່າຍ​ຕ່າງ​ປະ​ເທດ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ໄດ້​ປະ​ກອບ​ຄຳ​ເຫັນ ໂດຍ​ກ່າວ​ວ່າ, ຖ້າ​ບໍ່​ມີ​ການ​ຮ່ວມ​ມື​ຂອງ​ຈີນ, ຈະ​ບໍ່​ສາ​ມາດ​ບັນ​ລຸ​ຜົນ​ງານ​ໃນ​ສູ່ມື້ນີ້​ໄດ້. ສະ​ນັ້ນ ໃນ​ຕໍ່​ໄປ​ຂ້າງ​ໜ້ານີ້, ຄຽງ​ຄູ່​ກັບ​ຈີນອ​ອຳ​ກ​ແຮງ​ພັດ​ທະ​ນາ​ຂະ​ແໜງ​ການ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ, ທົ່ວ​ໂລກ​ກໍ່​ຫັນ​ຫາຍ​ຕາ​ໃສ່​ກຳ​ລັງ​ຕົວ​ຈິງ​ການ​ຄົ້ນ​ຄວ້າ​ຂອງ​ຈີນ. ຈີນ​ຈະ​ບໍ່​ເປັນ​ປະ​ເທດ​ທີ່​ດຳ​ເນີນ​ການ​ຜະ​ລິດ​ຢ່າງ​ງ່າຍ​ດາຍ​ອີກ​ແລ້ວ ເຊິ່ງ​ກໍ່​ຈະ​ນຳ​ເອົາ​ຄວາມ​ຝັນ​ມາ​ໃຫ້​ທຸກ​ຄົນ. ການ​ຄ້າ ຖື​ເປັນ​ພະ​ລັງ​ແຮງ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ເຕີບ​ໂຕ, ຢູ່​ຕໍ່​ໜ້າ​ສິ່ງ​ທ້າ​ທາຍ, ຕ້ອງ​ການ​ພວກ​ເຮົາ​ຮ່ວມ​ມື​ກັນ, ດຳ​ເນີນ​ການ​ປະ​ດິ​ດສ້າງ, ເພື່ອ​ນຳ​ເອົາ​ໂອ​ກາດ​ມາ​ໃຫ້​ຄົນ​ທັງ​ຫຼາຍ.

ຫົວ​ໜ້າ​ຫຼື​ປະ​ທານ​ຂອງ 500 ວິ​ສາ​ຫະ​ກິດ​ທີ່​ເຂັ້ມ​ແຂງ​ໃນ​ໂລກ ກໍ່​ຄື​ວິ​ສາ​ຫະ​ກິດ​ທີ່​ນຳ​ໜ້າ​ໃນ​ໂລກ​ບໍ່​ໜ້ອຍ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້ ເຊິ່ງກວມ​ເຖິງ​ຂະ​ແໜງ​ການ​ພະ​ລັງ​ງານ​ບໍ່​ແຮ່, ການ​ທະ​ນາ​ຄານ​ປະ​ກັນ​ໄພ, ການ​ບິນ ແລະ​ການ​ບິນ​ອະ​ວະ​ກາດ, ການ​ໂທ​ລະ​ຄົມ​ສື່​ສານ, ການ​ຜະ​ລິດ​ອຸ​ປະ​ກອນ, ການ​ຜະ​ລິດ​ຢຸກ​ຢາ​ແລະ​ການ​ບໍ​ລິ​ການ​ດ້ານ​ສື່​ສານ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ