ຈີນ​ເປີດ​ຕະຫຼາດຊື້​ຂາຍ​ນ້ຳມັນ​ດິບ​ລ່ວງ​ໜ້າ​ຢ່າງ​ເປັນ​ທາງ​ການ
2018-03-26 16:40:17  cri 

ສິນຄ້າ​ຊື້​ຂາຍ​ລ່ວງ​ໜ້າ​ປະ​ເພດ​ນ້ຳມັນດິບ​ຂອງ​ຈີນ​ໄດ້​ເລີ່​ມ​ເປີດ​ຊື້​ຂາຍ​ກັນ​ຢ່າງ​ເປັນ​ທາງ​ການ​ຢູ່​ສູນ​ຊື້​ຂາຍ​ພະລັງງານ​ສາກົນ​ຊຽງ​ໄຮ ​ເຊິ່ງ​ເປັນ​ບໍລິສັດຈຳກັດ​ແຕ່​ພຽງ​ຜູ້​ດຽວ​ຂອງ​ຕະຫຼາດຊື້​ຂາຍ​ສິນຄ້າ​ລ່ວງ​ໜ້າ​ຊຽງ​ໄຮ ​ໃນ​ວັນ​ທີ 26 ມີນາ​ນີ້ ​ເຊິ່ງ​ເປັນ​ສິນຄ້າ​ປະ​ເພດ​ທຳ​ອິດ​ທີ່​ຊື້​ຂາຍ​ກັນ​ໄດ້​ໃນ​ຕະຫຼາດ​ໂລກ​ໃນ​ສິນຄ້າ​ຊື້​ຂາຍ​ລ່ວງ​ໜ້າ​ປະ​ເພດ​ຕ່າງໆ​ຂອງ​ຈີນ  ​​ແລະ​ໄລ່​ລາຄາ​, ຊື້​ຂາຍ, ສຳ​ເລັດ​ທຳນຽມ​ການຊື້​ຂາຍ​ ​ແລະ ຊຳລະ ໂດຍ​ເງິນ​ຢວນສະກຸນ​ເງິນ​ຈີນ ​ແລະ​ການ​ຄວບ​ຄຸມ​ຄວາມ​ສ່ຽງ, ການ​ຕິດຕາມ​ຄຸ້ມ​ຄອງ​ຕະຫຼາດ ກໍ​ເປັນ​ແບບ​ສາກົນ​ໝົດ.

ຕະຫຼາດຊື້​ຂາຍສິນຄ້າ​ລ່ວງ​ໜ້າ​ຊຽງ​ໄຮ ຢືນຢັນ​ວ່າ: ຫຼັງ​ເປີດ​ຕະຫຼາດຊື້​ຂາຍ​ນ້ຳມັນ​ດິບ​ລ່ວງ​ໜ້າ​ຢູ່​ຈີນ​ແລ້ວ ຈະ​ມີ​ຜົນ​ດີ​ຕໍ່​ການ​ກໍ່​ຕົວ​ເປັນ​ລະບົບ​ລາຄາ​ທີ່​ສາມາດ​ສ່ອງ​ແສງ​ໃຫ້​ເຫັນ​ການ​ພົວພັນ​ລະຫວ່າງ​ການ​ສະໜອງ-ຄວາມ​ຕ້ອງການ​ໃນ​ຕະຫຼາດນ້ຳມັນ​ເຊື້ອ​ໄຟ​ເຂດ​ອາຊີ​ປາຊີ​ຟິກ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ພື້ນຖານ​ຂອງ​ລາຄາ​ໃນ​ການຈັດ​ສັນ​ຊັບພະຍາກອນ; ສາມາດ​ສະໜອງ​ພາຫະນະ​ການປ້ອງ​ກັນ​ຄວາມ​ສ່ຽງ​ໃຫ້​ແກ່​ອົງ​ກອນ​ທຸລະ​ກິດ ​ແລະ ຫຼີກລ່ຽງຄວາມ​ສ່ຽງ​ຈາກ​ການ​​ເໜັງຕິງ​ຂຶ້ນລົງ​ຂອງ​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ໃນ​ຕະຫຼາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ