ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ​ຊີ​ວະ​ນາໆ​ພັນ​ຢູ່​ເຂດ​ຕ່າງໆ​ໃນ​ໂລກ​ຊຸດ​ໂຊມ​ລົງ​ຢ່າງ​ຕໍ່​ເນື່ອງ
2018-03-26 16:44:58  cri 
ເວ​ທີນະ​ໂຍ​ບາຍວິ​ທະ​ຍາ​ສາດ​ລະ​ຫວ່າງ​ລັດ​ຖະ​ບານກ່ຽວ​ກັບ​ຊີ​ວະ​ນາ​ໆ​ພັນ​ແລະ​ການ​ບໍ​ລິ​ການ​ລະ​ບົບ​ສິ​ເວດ​ເຊິ່ງ​ເປັນ​ອົງ​ການ​ອະ​ນຸ​ລັກ​ຊີ​ວະ​ນາໆ​ພັນ​ທີ່​ຂຶ້ນ​ກັບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ອອກ​ບົດ​ລາຍ​ງານ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ, ​ຊີ​ວະ​ນາໆ​ພັນ​ຢູ່​ເຂດ​ຕ່າງໆ​ໃນ​ໂລກ​ຊຸດ​​ໂຊມ​ລົງ​ຢ່າງ​ຕໍ່​ເນື່ອງ, ໄດ້​ຂົ່ມ​ຂູ່​ເຖິງ​​ຊີ​ວິດ​ເສດ​ຖະ​ກິດ​ແລະຄວາມ​ປອດ​ໄພ​ດ້ານ​ອາ​ຫານ​ຂອງ​ມະ​ນຸດ​ຢ່າງ​ເດັ່​ນ​ຊັດ.

ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ຄວາມ​ກົດ​ດັນ​ດ້ານ​​ສິ່ງ​ແວ​ດ​ລ້ອມ​ທຳ​ມະ​ຊາດ, ການ​ຂຸດ​ຄົ້ນ​​ຊັບ​ພະ​ຍາ​ກອນຫຼາຍ​ເກີນ​ໄປ, ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແບບ​ທຳ​ລາຍ, ມົນ​ລະ​ຜິດ​ທາງ​ອາ​ກາດ, ດິນແລະ​ນ້ຳ, ການ​ຮຸກ​ຮານ​ຂອງແນວ​ພັນ​​ພືດ​ແລະ​ສັດຈາກ​​ພາຍນອກ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ອື່ນໆ​ເຮັດ​ໃຫ້​ຄວາມ​ສາ​ມາດ​ຫາບ​ແບກ​​ຂອງທຳ​ມະ​ຊາດ​ຊຸດ​ໂຊມ​ລົງ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ