ຈີນ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ຂະ​ແໜງ​ການ​ປ່າ​ໄມ້​ແລະ​ຟື້ນ​ຟູ​ປ່າ​ໄມ້ຢູ່​ເຂດ​ອາ​ຊີ​ປາ​ຊີ​ຟິກ
2018-03-26 16:47:12  cri 
ປີ​ນີ້​ແມ່ນ​​ປີ​ທີ່ອົງ​ການ​ປ່າ​ໄມ້​ອາ​ຊີ​ປາ​ຊີ​ຟິກ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 10 ປີ. ໃນ​ກິດ​ຈະ​ກຳ​ລະ​ນຶກ​ທີ່​ກ່ຽວ​ຂ້​ອງ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 26 ມີ​ນາ​ນີ້, ເຈົ້າ​ໜ້າ​ທີ່​ອົງ​ການບໍ​ລິ​ການ​ປ່າ​ໄມ້​ແລະ​​ທົ່ງ​ຫຍ້າ​​ແຫ່ງ​ລັດຈີນ​ກ່າວ​ວ່າ, ຈີນ​ຈະ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ປ່າ​ໄມ້​ອາ​ຊີ​ປາ​ຊີ​ຟິກ​​ຄື​ທີ່​ເຄີຍ​ໄດ້​ປະ​ຕິ​ບັດ​ຜ່ານ​ມາ, ຮ່ວມ​ກັບ​ກຸ່ມ​ເສດ​ຖະ​ກິດ​ຕ່າງໆ​ຂອງ​ເຂດ​ອາ​ຊີ​ປາ​ຊີ​ຟິກ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ຂະ​ແໜງ​ການ​ປ່າ​ໄມ້​ແລະ​ຊຸກ​ຍູ້​ຟື້ນ​ຟູ​ປ່າ​ໄມ້​ຂອງ​ພາກ​ພື້ນ.

ທ່ານ​ເຜີງ​ໂຢ​ຕຸ່ງ ຫົວ​ໜ້າ​ອົງ​ການ​ບໍ​ລິ​ກ​ຫານ​ປ່າ​ໄມ້​ແລະທົ່ງ​ຫຍ້າ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ຈີນ​ມີ​ປ່າ​ໄມ້​ຫຼາຍກວ່າ 200 ລ້ານ​ເຮັກ​ຕາ, ອັດ​ຕາ​ການ​ປົກ​ຫຸ້ມ​​ຂອງປ່າ​ໄມ້​ຈາກ 8,6% ເມື່ອ​ຕົ້ນ​ຊຸມ​ປີ 1950 ເພີ່ມ​ຂຶ້ນ​ເປັນ 22% ໃນ​ປັດ​ຈຸ​ບັນ. ໃນ​ນັ້ນ, ປ່າ​​ປູກຂອງ​ຈີນ​ມີ​ເນື້ອ​ທີ່ 69 ລ້ານກວ່າ​ເຮັກ​ຕາ, ເປັນ​ອັນ​ດັບ​ທີ​ໜຶ່ງ​ໃນ​ໂລກ.

ປັດ​ຈຸ​ບັນ, ອົງ​ການ​ປ່າ​ໄມ້​ອາ​ຊີ​ປາ​ຊີ​ຟິກ​ມີສະ​ມາ​ຊິກ​ທັງ​ໝົດ 31 ປະ​ເທດ​ແລະ​ເຂດ​ແຄວ້ນ, ຕົ້ນ​ຕໍ​ປະ​ກອບ​ດ້ວຍ​ກຸ່ມ​ເສດ​ຖະ​ກິດ​ທີ່​ພວມ​ພັດ​ທະ​ນາ​ຂອງ​ເຂດ​ອາ​ຊີ​ປາ​ຊີ​ຟິກ.
ໃນ​ກິດ​ຈະ​ກຳ​ຄັ້ງ​ນີ້, ຍັງ​ໄດ້​ເລີ່ມ​ປະ​ຕິ​ບັດ​ກົນ​ໄກ​ອະ​ນຸ​ລັກ​ສັດ​ປ່າ​ຂ້າມ​ຊາດ​ເຂດ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ແລະ​ກົນ​ໄກ​ຮ່ວມ​ມື​ວິ​ທະ​ຍາ​ສາດ​ເຕັກ​ນິກ​ປ່າ​ໄມ້​ຈີນ-ອາ​ຊຽນ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ