ຫຼາຍ​ແຫ່ງ​ຂອງ​ຈີນ​ຊຸກ​ຍູ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຂັບ​ລົດ​ສະ​ມາດ
2018-03-26 17:00:33  cri 
ຫວ່າງ​ມໍ່ໆ​ມາ​ນີ້​ບົນ​ພື້ນ​ຖານ​ນະ​ໂຍ​ບາຍ​ເບື້ອງ​ຕົ້ນ, ອົງ​ການ​ປົກ​ຄອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້​ມອບ​ປ້າຍ​ລົດ​ຊົ່​ວ​ຄາ​ວງວດ​ທຳ​ອິດ​ສຳ​ລັບ​ການ​ທົດ​ລອງ​​ລົດອັດ​ຕະ​ໂນ​ມັດ, ໄດ້​ລົບ​ລ້າງ​ສິ່ງ​ກີດ​ຂວາງ​ດ້ານ​ນະ​ໂຍ​ບາຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຈີນ​ຕ່າງໆ​ໃນ​ການ​ທົດ​ລອງ​ແລ່ນ​ລົດ​ທີ່​ບໍ່​ມີ​ຄົນ​ຂັບ​ແລະ​ການ​ຂັບ​ລົດ​ອັດ​ຕະ​ໂນ​ມັດ. ໃນ​ໄລ​ຍະ​ດຽວ​ກັນ, ນະ​ຄອນ​ເຊີນ​ເຈິ້ນ​ໄດ້​ປະ​ກາດ "​ແຈ້ງ​ການຂອງ​ນະ​ຄອນ​ເຊີນ​ເຈິ້ງ​ກ່ຽວ​ກັບ​ເຮັດ​ໃຫ້​ວຽກ​ງານ​ການ​ທົດ​ລອງ​​ລົດ​ສະ​ມາດ​ຕາ​ມທາງ​ໃຫ້​ຖືກ​ລະ​ບຽບ" ແລະ​​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ປະ​ຊາ​ຊົນ​ຢ່າງ​ເປີດ​ເຜີຍ. ນີ້​ແມ່ນ​ຕົວ​ເມືອງ​ອີກ​ແຫ່ງ​ໜຶ່ງ​ທີ່​ຈະ​ອອກ​ລະ​ບຽບ​ການ​ທົດ​ລອງ​​ລົດ​ສະ​ມາດຖັດ​ຈາກ​ປັກ​ກິ່ງ, ຊຽງ​ໄຮ​ແລະ​ຈຸງ​ກິ່ງ.

ຂ່າວ​ແຈ້ງ​ຕື່ມວ່າ, ຫຼາຍ​ຕົວ​ເມືອງ​ຂອງ​ຈີນ​ກໍ​​ກຳ​ລັງຄົ້ນ​ຄວ້າ​ນະ​ໂຍ​ບາຍ​ກ່ຽວ​ກັບ​ລົດ​ທີ່​ບໍ່​ມີ​ຄົນ​ຂັບ​ຫຼື​ອັດຕະ​ໂນ​ມັດ, ຄາດ​ວ່າ​ຈະ​ປະ​ກາດ​​ໃຊ້​ພາຍ​ໃນ​ປີ​ນີ້​​ຕາມ​ລຳ​ດັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ