ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ຈົດ​ໝາຍ​ຊົມ​ເຊີຍ​ໄປ​ຍັງ​ກອງ​ປະ​ຊຸມ​ປະ​ທານ​ສານ​ສູງ​ສຸດ​ຈີນ-ປະ​ເທດ​​ທີ່​ໃຊ້ພາ​ສາ​ປອກ​ຕຸຍ​ການ
2018-03-26 16:34:40  cri 
ກອງ​ປະ​ຊຸມ​ປະ​ທານ​ສານ​ສູງ​ສຸດ​ຈີນ-ປະ​ເທດ​​ທີ່​ໃຊ້ພາ​ສາ​ປອກ​ຕຸຍ​​ການ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນກວາງ​ໂຈ່ວ​ແຂວງກວາງ​ຕຸ້ງ​ ສ​ປ ຈີນໃນ​ວັນ​ທີ 26 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​​ຈົດ​ໝາຍຊົມ​ເຊີຍ​ໄປ​ຍັງ​ກອງ​ປະ​ຊຸມ​ດັ່ງ​ກ່າວ.

ໃນ​​ຈົດ​ໝາຍ​ຊົມ​ເຊີຍ​​ຂຽນ​ວ່າ, ໃນຫຼາຍ​ປີ​ມາ​ນີ້, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ທີ່​ໃຊ້​ພາ​ສາ​ປອກ​ຕຸຍ​ການ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ໃຫຍ່ຫຼວງ ແລະ ການ​ແລກ​ປ່ຽນ​ ແລະ ຮ່ວມ​ມື​ໃນ​ຂົງ​ເຂດ​ຕຸ​ລາ​ການ​ແມ່ນ​ສ່ວນ​ປະ​ກອບ​ສຳ​ຄັນ. ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ ແລະ ຮ່ວມ​ມືດ້ານ​ຕຸ​ລາ​ການ​ລະ​ຫວ່າງ​ສອງ​ຝ່າຍ, ຈະ​ສ້າງ​ສະ​ພາບ​ແວດ​ລ້ອມ​ປົກ​ຄອງ​ຕາມ​ກົດ​ໝາຍ​ທີ່​ດີ​ງາມ​ໃຫ້​ຈີນ​ ແລະ ​ບັນ​ດາປະ​ເທດ​​ທີ່​ໃຊ້ພາ​ສາ​ປອກ​ຕຸຍ​​ການ​ພັດ​ທະ​ນາ​ຮ່ວມ​ກັນ ແລະ ເປັນ​ການ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ທ່ານ​ສີ​ຈິ້​ນ​ຜິງ​ໄດ້​ເນັ້ນໃນ​​ຈົດ​ໝາຍ​ຊົມ​ເຊີຍ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ: "ການ​ທ້າ​ທາຍ ແລະ ລື່ນ​ກາຍ--ວຽກ​ງານ​ຕຸ​ລາ​ການ​ໃນ​ຍຸກ​ອິນ​ເຕີ​ເນັດ" ເຊິ່ງ​ມີ​ຄວາມ​ໝາຍ​ຕົວ​ຈິງ​ທີ່​ສຳ​ຄັນ. ຫວັງ​​ວ່າ​ບັນ​ດາ​ຜູ້​ແທນ​​ທີ່ຮ່ວມ​ປະ​ຊຸມຈະ​ລົງ​ເລິກ​ແລກ​ປ່ຽນ ແລະ ຕັ້ງ​ໜ້າ​ປຶກ​ສາ​ຫາ​ລື​ກັນ, ພະ​ຍາ​ຍາມ​ຊຸກ​ຍູ້​ການ​ປົກ​ຄອງ​ອິນ​ເຕີ​ເນັດ​ຕາມ​ກົດ​ໝາຍ ເພື່ອ​ເຮັດ​ໃຫ້​ອິນ​ເຕີ​ເນັດ​ເປັນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໄດ້​ດີກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ