ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ພົບ​ປະ​ກັບ​ຜູ້​ບັນຊາ​ການ​ສູ​ງສຸດ​ທະຫານໄທ
2018-03-27 15:55:53  cri 

ທ່ານ​ເວິ້ຍ​ເຟິ້ງ​ເຫີ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ໄຊ​ຍັນ ສີ​ສຸວັນ ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ຂອງ​ໄທ​ ​ໂອກາດ​​ເດີນທາງຢ້ຽມຢາມ​ຈີນ ຢູ່ອາຄານ​ແປດ​ໜຶ່ງ ນະຄອນຫຼວງປັກ​ກິ່ງ ​ໃນ​ວັນ​ທີ 26 ມີນາ​ນີ້.

ທ່ານ​ເວິ້ຍ​ເຟິ້ງ​ເຫີ ກ່າວ​ວ່າ: ​ໃຕ້​ການ​ນຳພາ​ທີ່​ເຂັ້ມ​ແຂງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ທີ່​ມີ​ທ່ານ​ສີ​ຈິ້ນ​ຜິ​ງ ​ເປັນ​ແກນ​ນຳ, ຈີ​ນຈະ​ປະກອບສ່ວນ​ໃຫຍ່ຫຼວງກວ່າ​ເກົ່າ​ເພື່ອ​ສັນຕິພາບ ​ແລະ ການ​ພັດທະນາ​ຂອງ​ໂລກ. ຈີນ ​ແລະ ​ໄທ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ທີ່​ມີ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ ກອງທັບ​ຈີນ​ຍິນ​ດີ​ຮ່ວມ​ກັບ​ກອງທັບ​ໄທ ​​ເພື່ອ​ຮັກສາ​ການ​ແລກປ່ຽນ​ທາງ​ຍຸດ​ທະ​ສາດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ແທ້​ຈິງ ​ແລະ ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ກອງທັບ​ໃຫ້​ພັດທະນາ​ເຂົ້າສູ່​ລວງ​ເລິກ.

ທ່ານ​ໄຊ​ຍັນ ສີ​ສຸວັນ ກ່າວ​ວ່າ: ​ໄທ​ຍິນ​ດີ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ ​​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ທີ່ຈະລົງ​ເລິກການ​ຮ່ວມ​ມື​ດ້ານ​ການ​ຝຶກ​ຊ້ອມ​ຮ່ວມ, ​ເຕັກນິກ​ເຄື່ອງ​ຍຸດ​ໂທ​ປະກອນ, ການ​ຝຶກ​ອົບຮົມ​ບຸກຄະລາ​ກອນ ​ແລະ ຄວາມ​ໝັ້ນຄົງ​ໃນ​ຂອບຫຼາຍຝ່າຍ ​ເພື່ອ​ຍົກ​ລະດັບ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ສູງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ