ການ​ກວດກາ 301 ຕໍ່​ຈີນ​ຂອງ​ອາ​ເມ​ລິ​ກາ​ຝືນກັບ​ຄຳ​ໝັ້ນສັນຍາ​ຂອງ​ຕົນ ​ແລະ ກົດ​ລະບຽບ​ຂອງ​ອົງການ​ການ​ຄ້າ​ໂລກ
2018-03-27 16:02:35  cri 

ວັນ​ທີ 26 ມີນາ​ນີ້, ທ່ານ​ຈ່າງ​ຊ້ຽງ​ເສິນ ຜູ້ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ອົງການ​ການ​ຄ້າ​ໂລກ ​ໄດ້ກ່າວ​ໃນ​ກອງ​ປະຊຸມ​ອົງການ​ການ​ຄ້າ​ໂລກ​ວ່າ: ອາ​ເມ​ລິ​ກາ​ຖື​ເອົາ​ຜົນ​ການ​ກວດກາ 301 ທີ່​ດຳ​ເນີນ​ແຕ່​ຝ່າຍ​ດຽວ​ເປັນ​ສິ່ງ​ອ້າງ​ອີງ ​ແລະ​ເຈຕະນາ​ໃຊ້​ມາດ​ຕະການ​ຈຳກັດ​ຈີນ ​​​ໄດ້​ຝືນກັບຄຳ​ໝັ້ນສັນຍາ​ທີ່​ອາ​ເມ​ລິ​ກາ​ໃຫ້​​ໄວ້ກັບ​ອົງການ​ການ​ຄ້າ​ໂລກ ​ແລະ​ກໍລະ​ເມີດ​ຄຳ​ຕັດສິນ​ແລະ​ກົດ​ລະບຽບ​ທີ່​ກ່ຽວຂ້ອງ​ຂອງ​ອົງການ​ການ​ຄ້າ​ໂລກ​ເຊັ່ນ​ກັນ.

ທ່ານ​ຈ່າງ​ຊ້ຽງ​ເສິນ ກ່າວ​ເນັ້ນວ່າ: ການ​ກະທຳ​ຂອງ​ອາ​ເມ​ລິ​ກາ​ເປັນ​ການ​ກະທຳ​ແຕ່​ຝ່າຍ​ດຽວ​ທີ່​ຖືກ​ຫ້າມ​ໃນ "ຄວາມ​ເຂົ້າ​ໃຈ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ" ຂອງ​ອົງການ​ການ​ຄ້າ​ໂລກ ທັງ​ຝືນກັບ​ຈິດ​ໃຈແລະຫຼັກການ​ພື້ນຖານ​ທີ່​ສຸດ ຂອງ​ອົງການການ​ຄ້າ​ໂລກ ການ​ກະທຳ​ແຕ່​ຝ່າຍ​ດຽວ​ຂອງ​ອາ​ເມ​ລິ​ກາ ບໍ່​ພຽງ​ແຕ່​ໄດ້​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ຈີນ​ແລະ​ສະມາຊິກອື່ນໆ​ເທົ່າ​ນັ້ນ, ​ແຕ່​ຍັງ​ທຳລາຍ​ໂຄງ​ປະກອບ​ການ​ຄ້າຫຼາຍຝ່າຍ​ຢ່າງໜັກໜ່ວງອີກ​ດ້ວຍ. ທ່ານ​ຮຽກຮ້ອງ​ໃຫ້​ສະມາຊິກ​ອົງການ​ການ​ຄ້າ​ໂລກ ຈົ່ງ​ສຸມ​ຈິດ​ສຸມ​ໃຈ​ກັນ​ເພື່ອ​ສະກັດ​ກັ້ນອາ​ເມ​ລິ​ກາ​ຟື້ນ​ຟູການ​ກວດກາ 301 ອີກ ​ແລະ​ບໍ່​ໃຫ້​ປະຕິບັດຕໍ່​ໄປ​ອີກ​ໃນ​ຂອບ​ກົດ​ລະບຽບ​ຂອງ​ອົງການ​ການ​ຄ້າ​ໂລກ.

ທ່ານ​ຈ່າງ​ຊ້ຽງ​ເສິນ ກ່າວ​ຕື່ມ​ວ່າ: ​ໂດຍ​ຜະ​ເຊິ​ນກັບ​ອາ​ເມ​ລິ​ກາ​ທີ່​ປະກາດ​ຜົນ​ສະຫຼຸບ​ໃນການ​ກວດກາ 301 ​ແລະ​ໃຊ້​ມາດ​ຕະການ​ຕໍ່​ຈີນ​ນັ້ນ, ຈີນ​ກໍຈະນຳ​ໃຊ້ກົດ​ລະບຽບ​ອົງການ​ການ​ຄ້າ​ໂລກ​ ​ແລະ​ວິທີ​ອື່ນໆ​ທີ່​ຈຳ​ເປັນ ຢ່າງ​ເດັດດ່ຽວ ​ເພື່ອ​ປົກ​ປັກ​ຮັກສາ​ສິດ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຕົນ​ເຊັ່ນ​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ