ເປີດເສັ້ນ​ທາງ​ການ​ບິນ​ສາ​ກົນ​ຄຸນໝິງ​ປະ​ເທດ​ຈີນ-ທ່າ​ກຳ​ປັ່ນ​ສີ​ຫານຸ​ປະ​ເທດ​ກຳ​ປູ​ເຈຍ
2018-03-27 16:47:13  cri 
ວັນ​ທີ 25 ມີ​ນາ​ນີ້, ເສັ້ນ​ທາງ​ການ​ບິນ​ສາ​ກົນ​​ຄຸນໝິງ​ປະ​ເທດ​ຈີນ-ທ່າ​ກຳ​ປັ່ນ​ສີ​ຫາ​ນຸ​​ປະ​ເທດ​ກຳ​ປູ​ເຈຍໄດ້​ສຳ​ເລັດ​ການ​ບິນ​ຄັ້ງ​ທຳ​ອິດ ໂດຍແມ່ນ​ບໍ​ລິ​ສັດ​ການ​ບິນ​ຣຸ້ຍ​ລີ້​ທີ່​ເປັນ​ບໍ​ລິ​ສັດ​ການ​ບິນ​ທ້ອງ​ຖິ່ນຂອງ​ແຂວງ​ຢຸນ​ນານ ເຊິ່ງ​ຈະບິນ 3 ຖ້ຽວ​ຕໍ່​ອາ​ທິດ​ຄື:​ທຸກວັນ​ພຸດ​,ວັນ​ສຸກ​ແລະ​ວັນ​ອາ​ທິດ​,ແລະ​ໃຊ້​ເວ​ລາ​ໃນ​ການ​ບິນ 2 ຊົ່ວ​ໂມງ​ປາຍ.

ຂ່າວ​ແຈ້ງ​ຕື່ມວ່າ, ບໍ​ລິ​ສັດ​ດັ່ງ​ກ່າວ​ຍັງ​ຈະ​ເປີດ​ເສັ້ນ​ທາງ​ການ​ບິນ​ສາ​ກົນ​ເສັ້ນ​ໃໝ່​​ອີກຄື:ເສັ້ນ​ທາງ​ການ​ບິນ​ສິບ​ສອງ​ພັ່ນ​ນາ-ຊຽງ​​ໃໝ່ ແລະສິບ​ສອງ​ພັ່ນ​ນາ-ຊຽງ​ລາຍ​ປະ​ເທດ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ