ເປີດ​ດ່ານ​ຂົນ​ສົ່ງ​ສິນ​ຄ້າ​ແລະ​ຜູ້​ໂດຍ​ສານ​ໃໝ່​ລະ​ຫວ່າງ​ຊາຍ​ແດນ​ຈີນ-ຫວຽດ​ນາມ
2018-03-27 14:22:30  cri 
ພິ​ທີ​ເປີດ​ດ່ານ​​ຕູ່​ຫຼົງ​ຈີນ-ກິ່ງ​ມົນ​ຫວຽດ​ນາມ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ມີ​ນາ​ນີ້, ຢູ່​ລະ​ຫວ່າງ​ຊາຍ​ແດນ​ຈີນ-ຫວຽດ​ນາມ​ໄດ້​ເພີ່ມ​ດ່ານ​​ຂົນ​ສົ່ງ​ສິນ​ຄ້າ​ແລະ​ຜູ້​ໂດຍ​ສານ​ທາງ​ບົກ​ອີກ​ແຫ່ງ​ໜຶ່ງ​ທີ່​ເປີດ​ບໍ​ລິ​ການ​​ໝົດ​ປີ.

ດ່ານ​ພາ​ສີ​ຕູ່​ຫຼົງ​ຈີນ​ຕັ້ງ​ຢູ່​ຫຼັກ​ໝາຍ​ຊາຍ​ແດນເລກ 197 ຢູ່​ເສັ້ນ​ຊາຍ​ແດນ​ຈີນ​ຫວຽດ​ນາມ, ຫ່າງ​ຈາກ​ເມືອງ​ໝ້າ​ກ່ວນ​ກິ່ງ​ແຂວງ​ເຜົ່າ​ຈ້ວງ​ແລະ​ເຜົ່າ​ມົ້ງ​ເວີ​ນ​ຊ່ານ​ແຂວງ​ຢຸນ​ນານ 47 ກິ​ໂລ​ແມັດ, ແມ່​ນ​ທາງ​ຜ່ານ​ສຳ​ຄັນ​ຂອງ​ແຂວງ​ຢຸນ​ນານ​ໄປ​ຫວຽດ​ນາມ, ກໍ​ແມ່ນໜຶ່ງ​ໃນ​​ຍັນ​ດາປະ​ຕູ​​ຜ່ານສຳ​ຄັນ​ຂອງ​ຈີນ​​ເພື່ອ​ເຂົ້າ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.

ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ເມືອງ​ໝ້າ​ກວ່ນ​ກ່າວ​ວ່າ, ໃນ​ຫຼາ​ຍ​ປີ​ຜ່ານ​ມາ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ຕື່ມ​ອີກ, ​ແລະໄດ້​​ສ້າງເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ເຂດ​ຊາຍ​ແດນ​ແຂວງ​ຢຸນ​ນານ. ພາຍ​ຫຼັງ​ດ່ານ​​ຕູ່​ຫຼົງ​ເປີດ​ບໍ​ລິ​ການ​ແລ້ວ, ເມືອງ​ຕົນ​ຈະ​ເພີ່ມ​ຄວາມ​ແຮງ​ດຶງ​ດູດ​ການ​ລົງ​ທຶນ, ເຮັດ​ໃຫ້​ປັດ​ໄຈ​ເສດ​ຖະ​ກິດ​ເຊັ່ນ​ຕະ​ຫຼາດ, ການ​ຈໍ​ລະ​ຈອນ​ສິນ​ຄ້າ​, ວິ​ສາ​ຫະ​ກິດ​ແລະ​ອື່ນໆ​ໂຮມ​ກັນ​ຢູ່​ດ່ານ​, ເພີ່ມ​ພະ​ລັງ​ຊີ​ວິດ​ການ​ຄ້າ​ຂອງ​ດ່ານ, ແລະຍົກ​ສູງ​ລະ​ດັບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ດ່ານ​​ອີກດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ