ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ປ​ປ ລາວ ແລະ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ລຸ້ມ​ແມ່​ນ້ຳ​ຂອງ​ປະ​ຈຳ ສ​ປ​ປ ລາວ​ໄດ້​ຂຽນ​ບົດ​ຄວາມ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ລິ​ເລີ່ມ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄົບ​ຮອບ 2 ປີ
2018-03-27 14:58:54  cri 
ຫວ່າງ​ມໍ່ໆ​ມາ​ນີ້, ໜັ​ງ​ສື​ພິມວ​ຽງ​ຈັນ​ທາມ​ສ໌​ໄດ້​ພິມ​ບົດ​ຄວາມ​ຂອງທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ ສ​ປ​ປ ລາວ, ທ່ານ​ວານ​ເວີນ​ທຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສ​ປ ຈີນ​ປະ​ຈຳ ສ​ປ​ປ ລາວ, ທ່ານ​ແຈງ​ມານ​ຕິດ ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ປະ​ຈຳ ສ​ປ​ປ ລາວ, ທ່ານ​ໂກ​ໂກ​ນາງ ​ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ພາບມຽນ​ມາ​ປະ​ຈຳ ສ​ປ​ປ ລາວ ແລະ ທ່ານ​ຊັດ​ຊະ​ວານ ສ​ວາ​ຄອນ​ສິນ ອຸ​ປະ​ທູດ​​ຊົ່ວ​ຄາວລາ​ຊະ​ອາ​ນາ​ຈັກ​ໄທ​ປະ​ຈຳ ສ​ປ​ປ ລາວ ກ່ຽວ​ກັບ​ເນື້ອ​ໃນ​ຊົມ​ເຊີຍ​ການ​ລິ​ເລີ່ມ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄົບ​ຮອບ 2 ປີ.

ບົດ​ຄວາມ​ຂອງ​ທ່ານ​ສະ​ເຫຼີມ​ໄຊ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ອົບ​ອຸ່ນ​ຕໍ່​ການ​ລິ​ເລີ່ມ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄົບ​ຮອບ​ສອງ​ປີ ແລະ ສະ​ແດງ​ຄວ​າມ​ຊົມ​ເຊີຍ​ຢາງ​ຈິງ​ໃຈ​ຕໍ່​ຈີນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ວັດ​ຖຸ, ການ​ຊ່ວຍ​ເຫຼືອ ແລະ ມາດ​ຕະ​ການ​ທຸກ​ຢ່າງ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ແລະ ສ້າງ "ແມ່​ນ້ຳ​ສັນ​ຕິ​ພາບ​ ແລະ ພັ​ດ​ທະ​ນາ​ຢ່າງ​ຍືນ​ຍົງ​ຂອງ​ພວກ​ເຮົາ" ພ້ອມ​ທັງ​ຂຽນ​ວ່າ, ໃນ​ຖາ​ນະ​ເປັນ​ປະ​ເທດ​ປະ​ທານ​ຮ່ວມ​ຊຸດ​ໃໝ່​, ສ​ປ​ປ ລາວ​ຈະ​ຕິດ​ຕໍ່​ພົວ​ພັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ຈີນ ແລະ ປະ​ເທດ​ອື່ນໆ​ໃນ​ລຸ່ມ​ແມ່​ນ້ຳ, ຈັດ​ກອງ​ປະ​ຊຸມ​ສຳ​ຄັນ​ຕ່າງໆ​ໃນ​ວາ​ລະ​ນີ້​ໃຫ້​ດີ, ສືບ​ຕໍ່​ພະ​ຍາ​ຍາມ​ເພື່ອ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ຕ່າງໆ​ໃນ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໃຫ້​ດີ.

ບົດ​ຄວາມ​ຊົມ​ເຊີຍ​ຂອງ​ທ່ານ​ວາງ​ເວີນ​ທຽນ​ຂຽນ​ວ່າ, 2 ປີ​ມາ​ນີ້, ໂດຍ​ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ຄະ​ຕິ​ຮ່ວມ​ມື​ທີ່​ເນັ້ນ​ການ​ພັດ​ທະ​ນາ, ປຶກ​ສາ​ຫາ​ລື​ຢ່າງ​ສະ​ເໝີ​ພາບ​ກັນ, ຕິດ​ແທດ​ຕົວ​ຈິງ, ມີ​ປະ​ສິດ​ທິ​ພາບ​ສູງ, ເປີດ​ປະ​ຕູ ແລະ ກວມ​ລວມ, ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ເນັ້ນ​ໃສ່​ແກ້​ໄຂ​ຄວາມ​ຕ້ອງ​ການ​ທີ່​ຮີບ​ດ່ວນ​ທີ່​ສຸດ​ຂອງ​ບັນ​ດາ​ປະ​ເທດ, ​ເອົາ​ໃຈ​ໃສ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ເດັ່ນ​ຊັດ ໂດຍ​ໄດ້​ຮັບຄວາມ​​ນິ​ຍົມ​ຊົມ​ຊອບ​ຈາກ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຂອງ 6 ປະ​ເທດ. ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ລາວ​ທີ່​ຈະ​ເປັນ​ປະ​ເທດ​ປະ​ທານ​ຮ່ວມ​ໃນ 2 ປີ​ຂ້າງ​ໜ້າ ແລະ​ ຍິນ​ດີ​ຮ່ວມ​ກັບ​ລາວ​ ແລະ ບັນ​ດາ​ປະ​ເທດ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ ເພື່ອ​ຊຸກ​ຍູ້​ໃຫ້​ກົນ​ໄກ​ດັ່ງ​ກ່າວ​ຈາກ​ໄລ​ຍະ​ອົບ​ຮົມ​ບົ່ມ​ສ້າງ​ໃຫ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ.​ບົດ​ຄວາມ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ເທດ​ລຸ່​ມ​ແມ່​ນ້ຳ​ຂອງ​ອື່ນໆປະ​ຈຳ​ ສ​ປ​ປ ລາວ​ລ້ວນ​ແຕ່​ໄດ້​ຕີ​ລ​າ​ຄາ​ສູງ​ຕໍ່​ກົນ​ໄກ​ຮ່ວມ​ມື​ດັ່ງ​ກ່າວ​ໄດ້​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​​ບັນ​ດາປະ​ເທດ ແລະ ເພີ່ມ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊ​າ​ຊົນ​ບັນ​ດາ​ປະ​ເທດ, ຍ້ອງ​ຍໍ​ສັນ​ລະ​ເສີນ​ຜົນ​ສຳ​ເລັດ​ຂອງ​ກົນ​ໄກ​ຮ່ວມ​ມື​ດັ່ງ​ກ່າວ ແລະ ຂຽນ​ວ່າ ຍິນ​ດີ​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ກັນ ເພື່ອ​ຊຸກ​ຍູ້​ໃຫ້​ກົນ​ໄກ​ຮ່ວມ​ມື​ດັ່ງ​ກ່າວ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ເລື້ອຍໆ ດ້ວຍ​ຄວາມ​ໄວ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ທີ່​ຕິດ​ແທດ​ຕົວ​ຈິງ ແລະ ມີ​ປະ​ສິດ​ທິ​ພາບ​ສູງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ