ເລີ່​ມທົດ​ລອງ​ລະບົບ​ຊໍາລະ​ດ້ວຍ​ເງິນ​ຢວນ​ຂ້າມ​ຊາດ​ໄລຍະ 2
2018-03-28 14:57:18  cri 

ໜັງສືພິມ "​ເສ​ດຖະກິດ​ລາຍ​ວັນ" ລາຍ​ງານ​ວ່າ: ​ແຫຼ່ງຂ່າວ​ຈາກ​ທະນາຄານ​ປະຊາຊົນ​ຈີນ ​ເຊິ່ງ​ເປັນ​ທະນາຄານ​ກາງ​ຈີນ​ໃຫ້​ຮູ້​ວ່າ: ລະບົບ​ຊຳລະ​ດ້ວຍ​ເງິນ​ຢວນຂ້າມ​ຊາດ ຫຼື CIPS ​ໄລຍະ 2 ​ໄດ້​ເລີ່ມທົດ​ລອງ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ແລ້ວ​ໃນ​ວັນ​ທີ 26 ມີນາ​ນີ້ ​ໂດຍ​ທະນາຄານ​ຈີນ ​ແລະ ທະນາຄານ​ທຶນ​ຕ່າງປະ​ເທດ 10 ​ແຫ່ງ​ອອນ​ລາຍ​ທົດ​ລອງນຳ​ໃຊ້​ໃນ​ຈັງຫວະ​ດຽວ​ກັນ ​ເຊິ່ງ​ເວລາ​ເຮັດ​ວຽກຂອງ​ລະບົບ​ດັ່ງກ່າວ​ຈະ​ກວມ​ເອົາເວລາ​ເຮັດ​ວຽກຕາມ​ເຂດທີ່​ເວລາ​​ຕ່າງ​ກັນ​ໃນ​ໂລກ​ທັງ​ໝົດ​ໂດຍ​ພື້ນຖານ ​ເພື່ອ​ສະໜັບສະໜູນ​ກິດຈະການ​ຕະຫຼາດການ​ເງິນ​ແລະ​ການ​ຊຳລະ​ເງິນ​​ໃນ​ບໍລິ​ເວນ​ທົ່ວ​ໂລກ ​ແລະ​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ​ດ້ານການ​ຊຳລະ​ດ້ວຍເງິນ​ຢວນຂອງ​ລູກ​ຄ້າ​ໃນ​ໂລກ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ລະບົບ CIPS ​​ແມ່ນ​ພື້ນຖານ​ໂຄງ​ລ່າງ​ດ້ານ​ການ​ເງິນ​ທີ່​ສຳຄັນ ທີ່​ສ້າງ​ຂຶ້ນ​ເພື່ອ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ດ້ານ​ການ​ພັດທະນາ​ການ​ຄ້າ​ຂ້າມ​ຊາດ​ຂອງ​ຈີນ ​ແລະ​ເພື່ອ​ສະໜັບສະໜູນ​ການ​ພັດທະນາ​ເສດຖະກິດ​ຕົວ​ຈິງ ​ແລະ ຍຸດ​ທະ​ສາດການ​ພັດທະນາ​ທຸລະ​ກິດ​ຢູ່​ຕ່າງປະ​ເທດ ພ້ອມ​ທັງ​ຊຸກຍູ້​ຂະ​ບວນການ​ຫັນ​ເງິນ​ຢວນ​ເປັນ​ເງິນຕາ​ສາກົນ. ນັບ​ແຕ່​ລະບົບ​ດັ່ງກ່າວ​ສາມາດ​ນຳ​ໃຊ້ທາງອອນ​ລາຍ​ເປັນຕົ້ນມາ ກໍ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົມບູນ​ຢ່າງ​ບໍ່​ຢຸດ​ຢັ້ງ, ກິດຈະການກໍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ​ສາມາດ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ຜູ້ນຳ​ໃຊ້ ທັງ​ມີ​ປະສິດທິພາບ​ສູງ​ໃນ​ການ​ຊຳລະ​ເງິນ ຈຶ່ງ​ໄດ້​ຮັບການຮັບຮອງ​ຈາກ​ຜູ້ນຳ​ໃຊ້​ໂດຍ​ທົ່ວ​ໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ