ສ.​ເກົາຫຼີ ​ແລະ ຈີນ​ມອບ​ຮັບ​ອັດຖິ​ທະຫານກອງ​ກຳລັງ​ອາສາ​ສະໝັກ​ປະຊາຊົນ​ຈີນ​ຄັ້ງທີ 5
2018-03-28 17:02:04  cri 

ຕອນ​ເຊົ້າວັນ​ທີ 28 ມີນາ​ນີ້ ຢູ່​ສະໜາມ​ບິນ​ສາກົນອິນ​ຊອນ ສ.​ເກົາຫຼີ ​ໄດ້​ຈັດ​ພິທີ​ມອບ​-ຮັບອັດຖິທະຫານ​ກອງ​ກຳລັງອາສາ​ສະໝັກ​ປະຊາຊົນ​ຈີນ​ລະຫວ່າງ ສ.​ເກົາຫຼີ-ຈີນເທື່ອ​ທີ 5 ຂຶ້ນຢ່າງ​ເຄັ່ງຂຶມ ​ໂດຍ​ທ່ານ​ກ່າວ​ສຽວ​ປິ່ງ ຮອງ​ລັດຖະມົນຕີ​ກະຊວງວຽກ​ງານ​ປະຊາ​ສົງ​ເຄາະ​ຈີນ​ນຳພາ​ຄະນະ​ຜູ້​ແທນ​ຈີນ​ເຂົ້າຮ່ວມ ​ແລະ​ຜູ້​ແທນ​ສອງ​ຝ່າຍ​ກໍ​ໄດ້​ລົງ​ນາມ​ໃນ​ເອກະສານມອບ​ຮັບ ​ເພື່ອ​ເປັນ​ການ​ຢືນຢັນ​ຕໍ່​ການ​ມອບ​ຮັບ​ອັດຖິ​ທະຫານ​ກອງ​ກຳລັງອາສາ​ສະໝັກປະຊາຊົນ​ຈີນ 20 ຄົນ ພ້ອມ​ດ້ວຍສິ່ງ​ເສດ​ເຫຼືອທີ່​ກ່ຽວຂ້ອງ.

ອັດຖິ​ທະຫານ​ດັ່ງກ່າວ​ໄດ້​ຖືກ​ສົ່ງ​ຮອດ​ນະຄອນ​ເສີນ​ຢາງ​ໃນ​ຕອນ​ເຊົ້າມື້​ດຽວ​ກັນ ​ແລະ​ຈະນຳ​ໄປ​ສະຖິດ​ໄວ້​ຢູ່​ສຸສານ​ທະຫານ​ອາສາ​ສະໝັກ​ທີ່​ເສຍສະຫຼະຊີບ​ໃນ​ສົງຄາມ​ຊ່ວຍ​ ສປປ ​ເກົາຫຼີຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ອາ​ເມ​ລິ​ກາ ນະຄອນ​ເສີນ​ຢາງ ​ໃນ​ວັນ​ທີ 29 ມີນາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ