ລົດ​ໄຟ​ໃຕ້​ດິນ​ປັກ​ກິ່ງ​ຈະ​ສາ​ມາດ​ສະ​ແກນ QR Code ເພື່ອ​ຂີ່​ລົດໄດ້​ແລ້ວ
2018-03-28 16:03:35  cri 
    ກ່ອນ​ໜ້ານີ້​ບໍ່​ດົນ, ບາງ​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ​​ໃນນະ​ຄອນຫຼວງ​ປັກ​ກິ່ງ ໄດ້​ທົດ​ລອງ​ການສະ​ແກນ QR Code ເພື່ອ​ຂີ່​ລົດ ແລະ​ມາ​ຮອດ​ຕອນ​ບ່າຍ​ວັນ​ທີ 26 ມີ​ນານີ້, ສະ​ຖາ​ນີ​ຕ່າງໆ​ລ້ວນ​ແຕ່​ກຳ​ລັງ​ຕິດ​ຕັ້ງ​ເຄື່ອງ​ສະ​ແກນ​ແລະ​ທົດ​ລອງການ​ນຳ​ໃຊ້​ດັ່ງ​ກ່າວ, ຄາດ​ວ່າ, ໃນ 6 ເດືອນ​ຕົ້ນ​ປີນີ້, ທຸກໆ​ຊ່ອງ​ສະ​ແກນ​ບັດ​ຂອງ​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ​ປັກ​ກິ່ງ ຈະ​ສາ​ມາດ​ສະ​ແກນ QR Code ເພື່ອ​ຂີ່​ລົດ​ໄດ້.

    ເຈົ້າ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃຫ້​ຮູ້​ວ່າ, ຜູ້​ທີ່​ສະ​ແກນ QR Code ເພື່ອ​ຂີ່​ລົດນັ້ນ ຈະ​ສາ​ມາດ​ນຳ​ໃຊ້​ນະ​ໂຍ​ບາຍຫຼຸດ​ລາ​ຄາ​ຂອງອົງ​ການ​ປົກ​ຄອງ​​ນະ​ຄອນຫຼວງ ຄື​ຕາມທຳ​ມະ​​ດາ​ເດືອນ​ໜຶ່ງ, ໂດຍ​ລວມ​ແລ້ວ, ຖ້າ​ຂີ່​ລົດ​ໃນ​ລາ​ຄາ​ເຕັມ 100 ຢວນ ກໍ​ສາ​ມາດຫຼຸດ 20% ໄດ້, ຖ້າ​ເຕັມ 150 ຢວນ, ກໍ​ສາ​ມາດຫຼຸດ 50%. ນອກນີ້, ເວ​ທີ​ໃຊ້​ຈ່າຍ 3 ຢ່າງ​ຂອງ​ບໍ​ລິ​ສັດ​ຢີ້​ທົ່ງ​ຊິງ​ທີ່​ໃຫ້​ການ​ບໍ​ລິ​ການ​ຂາຍ​ປີ້​ເປັນ​ຕົ້ນ​ຕໍ​ນັ້ນ ກໍ​ມີ​ເງິນ​ລາງວັນ​ໃຫ້​ຜູ້​ໂດຍ​ສານເຊັ່ນ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ